ວັນທີ 11 ກໍລະກົດ, ໂອມານ ແລະ ອີຣານ ໄດ້ເຫັນດີເປັນເອກະພາບສືບຕໍ່ວິວັດການເຈລະຈາດ້ານເຕັກນິກ ແລະ ການເມືອງ ກ່ຽວກັບເດີນທາງຜ່ານຊ່ອງແຄບທະເລ Hormuz. ສອງຝ່າຍໄດ້ຈັດການເຈລະຈາຢູ່ Muscat ກ່ຽວກັບຫົວຂໍ້ຮັບປະກັນຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນເຮືອຜ່ານຊ່ອງແຄມທະເລ Hormuz. ໃນການເຈລະຈາ, ໂອມານ ແລະ ອີຣານ ເຫັນດີເປັນເອກະພາບສືບຕໍ່ປຶກສາຫາລືຢູ່ຂັ້ນເຕັກນິກ ແລະ ການເມືອງ ເພື່ອແນໃສ່ບັນລຸໄດ້ບັນດາຄວາມເຂົ້າໃຈທີ່ຈຳເປັນສຳລັບກົດໝາຍສາກົນ. ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການຄວາມເຄັ່ງຕຶງເພີ່ມຂຶ້ນພາຍຫຼັງການບຸກໂຈມຕີເຊິ່ງກັນແລະກັນ ຫວ່າງແລ້ວນີ້ ລະຫວ່າງ ອາເມລິກາ ແລະ ອີຣານ, ເລີ່ມມາຈາກບັນດາຂໍ້ກ່າວຫາ ເຕເຮຣານ ດຳເນີນບັນດາການບຸກໂຈມຕີກຳປັ່ນການຄ້າເມື່ອເດີນຜ່ານຊ່ອງແຄບທະເລ Hormuz.
