ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ພາບ: The Jakarta Post)

ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຢັ້ງຢືນຄວາມຕັດສິນໃຈສຳເລັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ອິນໂດເນເຊຍ - ອົດສະຕາລີ (IA - CEPA) ໃນທ້າຍປີນີ້, ຖືວ່າ ສັນຍານີ້ ກໍ່ຈະຊ່ວຍປັບປຸງສັນຍາການຄ້າເສລີທີ່ມີຢູ່ແລ້ວ ລະຫວ່າງ ອາຊຽນ - ອົດສະຕາລີ - ນິວຊີແລນ. ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ອິນໂດເນເຊຍ - ອົດສະຕາລີ ກໍ່ໄດ້ຮັບຄວາມຫວັງວ່າ ຈະຍູ້ແຮງ ແລະ ເປີດກ້ວາງການພົວພັນຮ່ວມມື, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ, ພ້ອມທັງ ສ້າງປັດໄຈຫຼັກແຫຼ່ງໃຫ້ແກ່ການເຊື່ອມຕົວເຂົ້າກັບເສດຖະກິດພາກພື້ນຂອງ ອົດສະຕາລີ.

ອິນໂດເນເຊຍ ແລະ ອົດສະຕາລີ ແມ່ນຄູ່ຮ່ວມມືຮອບດ້ານນັບແຕ່ປີ 2005. ປະຈຸບັນ ອິນໂດເນເຊຍ ແມ່ນຄູ່ຮ່ວມມືການຄ້າອັນດັບທີ 12 ແລະ ແມ່ນຕະຫລາດສົ່ງອອກອັນດັບ 11 ຂອງ ອົດສະຕາລີ.