ດ້ວຍ​ຫົວ​ຂໍ້ “​ສຽ​ງ​ເຂດພູ​ພຽງ​ຫີນດັງກ້ອງ”, ວັນ​ບຸນດອກ​ບັກ​ວິດ ​ຄັ້ງ​ທີ XII ປີ 2026 ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 25 ຕຸ​ລາ, ຢູ່​ສະ​ໜາມຫຼວງ​ຊາວ​ໜຸ່ມ​ຕາ​ແສງ ​ດົ່ງ​ວັນ, ແຂວງ ຕວຽນ​ກວາງ. ເຫດ​ການແມ່ນ​ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ຄວາມ​ງາມ​ດ້ານ​ທຳ​ມະ​ຊາດ, ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ, ຊຸກ​ຍູ້​ກາ​ນ​ພັດ​ທ​ະ​ນາ​ການ​ທ່ອງ​ທ່ຽວ ແລະ ແຜ່​ກະ​ຈາຍ​ພາບ​ພົດ​ເຂດ​ພູ​ພຽງ​ຫີນ ​ດົ່ງ​ວັນ ໄປສູ່ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ.

ລາ​ຍ​ການ​ລວມ​ມີ​ພາກ​ພິ​ທີ​ກຳ ແລະ ພາກວັນ​ບຸນ​ ດ້ວຍ​ບັນ​ດາ​ລາ​ຍ​ການ​ສະ​ແດງ​ສິ​ລະ​ປະ​ອັນພິເສດ, ປະ​ສານ​ສົມ​ທົບ​ຢ່າງ​ກົມ​ກຽວ​ລະ​ຫວ່າງ ວັດ​ທະ​ນະ​ທຳ​ພື້ນ​ເມືອງ, ສິ​ລະ​ປະ​ຍຸກ​ສະ​ໄໝ; ການຄວັດແກະ​ສະຫຼັກ​ຄວາມ​ງາມ​​ທຳ​ມະ​ຊາດ, ມະ​ນຸດ, ສີ​ສັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ, ພະ​ລັງ​ຊີ​ວິດ​ໃໝ່​ຢູ່​ ດິນ​ແດນເຂດ ​​ດົ່ງ​ວັນ. ໃນ​ວັນ​ບຸ​ນໄດ້​ດຳ​ເນີນ​ບັນ​ດາ​ເຫດ​ການ​ຄື: ວັນ​ບຸນ​ວັດ​ທະ​ນະ​ທຳ​ຊາວ​ເຜົ່າ​ ໂລ​ໂລ, ວັນ​ບຸນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຕາ​ແສງ ລຸ່ງ​ຕ້າມ, ງານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ OCOP, ​ຜະ​ລິດ​ຕະພັນ​ກະ​ເສດ ແລະ ສິນ​ຄ້າ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ທ້ອ​ຖິ​ິ່ນ. ສິ່ງ​ທີ່​ເປັນ​ໜ້​າ​ສົນ​ໃຈ​ແມ່ນ ວັນ​ທີ 31 ຕຸ​ລາ ​ຈະ​ດຳ​ເນີນລາຍ​ການ​ສະ​ແດງ​ດົນ​ຕີ rock “ຈິດ​ໃຈ​ຫີນ” ຄັ້ງ​ທີ II ຢູ່​ເຂດສວນ​ສ​າ​ທາ​ລະ​ນະ ທໍ​ລະ​ນີ​ສາດ​ທົ່ວ​ໂລກ UNESCO ພູ​ພຽງ​ຫີນ ​ດົ່ງ​ວັນ.