ຕອນ​ເຊົ້າ​ວັນ​ທີ 25 ຕຸ​ລາ, ຢູ່​ເຂດ​ພິ​ເສດ​ຝຸກວັກ, ແຂວງ​ອານ​ຢາງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັ​ງ​ເໝິນ ໄດ້​ລົງ​ກວດ​ກາ​ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 41 ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ນ​ໃຫ້​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັ​ບ​ໃຊ້​ກອງ​ປະ​ຊຸມ​ສຸດຍອດ APEC 2027. ທີ່​ການ​ເຮັດ​ວຽກ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮຽກ​ຮ້ອງ​ຕີ​ລາ​ຄາ​ຢ່າງ​ແທ້​ຈິງ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 41, ຮັບ​ປະ​ກັນ​ທັງ​ໝົດ 21 ໂຄງ​ການ​ໃຫ້​ສຳ​ເລັດ​ຢ່າງ​ຄົບ​ຊຸດ, ພ້ອມ​ທັງ​ຄິດ​ໄລ່​ເວ​ລາ​ຂຸດ​ຄົ້ນ​ຍາວ​ນານ​ພາຍຫຼັງ APEC ຢ່າງ​ມີ​ປະ​ສິດ​ທິ​ຜົນ, ບໍ່​ປະ​ໃຫ້​ເກີດ​ຜົນ​ຕາມ​ມາ​ກ່ຽວ​ກັບ​ນິ​ຕິ​ກຳ, ການ​ເງິນ. ທ່ານ​ປະ​ທາ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ​ຊີ້​ແຈ້ງວ່າ:

ຈິດ​ໃຈ​ສາມ​ບໍ່ແມ່ນ: ບໍ່ເລື່ອນ​ເວ​ລາ 30 ມິ​ຖຸ​ນາ 2024 ແມ່ນ​ເວ​ລາ​ບັງ​ຄັບ; ບໍ່ຫຼຸດ​ມາດ​ຖານ - ຄວາມ​ປອດ​ໄພ, ຄຸນ​ນະ​ພາບລົງ, ຕ້ອງ​ມີ​ຄວາມ​ງາມ​ລະ​ດັບ​ສາ​ກົນ, ບໍ່​ປະ​ໃຫ້​ເກີດ​ການ​ລະ​ເມີດ - ໄວ​ແຕ່​ຕ້ອງ​ປອດ​ໄພ, ຖືກ​ຕ້ອງ​ກົດ​ໝາຍ, ໂປ່ງ​ໃສ, ບໍ່​ໃຫ້​ຮົ້ວ​ໄຫຼ່. ທາງ​ແຂວງ​ໄດ້​ຢັ້ງ​ຢືນ​ທຸກ​ໂຄງ​ການ​ຕ້ອງ​ກໍ່​ສ້າງ​ສຳ​ເລັດ​ຢ່າ​ງ​ຊ້າ​ສຸດ​ແມ່ນ​ວັນ​ທີ 30 ມິ​ຖຸ​ນາ 2027, ຂ້າ​ພະ​ເຈົ້າ​ສະ​ເໜີ​ຖື​ນັ້ນ​ແມ່​ນ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ເມືອງ: ເວົ້າ​ແລ້ວ​ຕ້ອງ​ເຮັດ, ເຮັດ​ແລ້ວ​ຕ້ອງ​ສຳ​ເລັດ, ສຳ​ເລັດ​ແລ້ວ​ຕ້ອງ​ຖືກ​ຕ້ອງ - ຄົບ​ຖ້ວນ - ງາມ.