.jpg)
ພາບປະກອບ
(vovworld) – ນາຍົກລັດຖະມົນຕີຫາກໍ່ອະນຸມັດຜ່ານໂຄງການຈຸດໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2016 -2020. ໂຄງການໄດ້ວາງຈຸດໝາຍລະອຽດປະກອບສ່ວນຫລຸດຜ່ອນອັດຕາຄອບຄົວທຸກຍາກໃນທົ່ວປະເທດສະເລ່ຍ 1 – 1,5%/ປີ (ສະເພາະບັນດາເມືອງທຸກຍາກ, ຕາແສງທຸກຍາກຫລຸດຜ່ອນ 4%/ປີ, ຄອບຄົວທຸກຍາກຊາວເຜົ່າສ່ວນໜ້ອຍຫລຸດລົງແຕ່ 3- 4%/ປີ) ຕາມມາດຖານຄວາມທຸກຍາກຫຼາຍສົ້ນ. ປັບປຸງການທຳມາຫາກິນ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງຜູ້ທຸກຍາກ, ຮັບປະກັນລາຍຮັບສະເລ່ຍຕໍ່ຫົວຄົນຂອງຄອບຄົວທຸກຍາກໃນທົ່ວປະເທດຮອດທ້າຍປີ 2020 ເພີ່ມຂຶ້ນ 1,5 ເທື່ອເມື່ອທຽບໃສ່ທ້າຍປີ 2015. ພື້ນຖານໂຄງລ່າງ ເສດຖະກິດ - ສັງຄົມຢູ່ບັນດາເມືອງ, ຕາແສງທຸກຍາກ, ບ້ານ ປະສົບກັບຄວາມຫຍຸ້ງຍາກພິເສດໄດ້ສຸມໃສ່ລົງທຶນຄົບຊຸດຕາມມາດຖານຊົນນະບົດໃໝ່… ຍອດຈຳນວນເງິນປະຕິບັດໂຄງການແມ່ນ 48.000 ຕື້ດົ່ງ. ໂຄງການໄດ້ປະຕິບັດໃນຂອບເຂດທົ່ວປະເທດ, ໃຫ້ບຸລິມະສິດແກ່ແຫຼ່ງກຳລັງຂອງໂຄງການລົງທຶນໃຫ້ເມືອງທຸກຍາກ, ຕາແສງທຸກຍາກ.
.jpg)
ພາບປະກອບ
