ທ່ານ Erik Solheim ແລະ ທ່ານ ຈີ້ງດິ່ງຢູ້ງ

ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ການຮັກສາສິ່ງແວດລ້ອມພວມແມ່ນບັນຫາຮ້ອນເຮັ່ງໃນທົ່ວໂລກ, ແມ່ນວິວັດການຍາວນານ, ເປັນປະຈຳ, ຮຽກຮ້ອງຕ້ອງມີການຮ່ວມມືສາກົນ ແລະ ຄວາມຕັດສິນໃຈຂອງທຸກໆປະເທດ, ບັນດາລັດຖະບານ. ຫວຽດນາມ ໄດ້ວາງອອກທິດທາງການພັດທະນາຂຽວ, ເປັນມິດກັບສິ່ງແວດລ້ອມ, ໃນນັ້ນວິທະຍາສາດເຕັກໂນໂລຢີສວມບົດບາດແຖວໜ້າ, ພາກເອກະຊົນເອົາໃຈໃສ່ ແລະ ນຳໜ້າໃນການຮັບປະກັນບັນດາແຫຼ່ງສິ່ງເສດເຫຼືອ, ຈຳກັດອາຍແກັດເຮືອນແກ້ວ, ຮັບປະກັນກຳຈັດສິ່ງເສດເຫຼືອຢູ່ກັບທີ່…

ສ່ວນທ່ານ Erik Solheim, ຜູ້ອຳນວຍການບໍລິຫານໂຄງການສິ່ງແວດລ້ອມ ສປຊ ໃຫ້ຮູ້ວ່າ: ຈຸດປະສົງຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດສິ່ງແວດລ້ອມ. ທ່ານ Erik Solheim ເນັ້ນໜັກວ່າ: ໂຄງການສິ່ງແວດລ້ອມ ສປຊ ຈະຮ່ວມເດີນທາງພ້ອມກັບບັນດາປະເທດ, ໃນນັ້ນມີ ຫວຽດນາມ ເພື່ອຊຸກຍູ້ການຮ່ວມມື ແລະ ໜູນຊ່ວຍໃນຂົງເຂດສິ່ງແວດລ້ອມ.