ອາ​ເມ​ລິ​ກາ ນຳ​ໜ້າ​ທົ່ວ​ໂລກ​ກ່ຽວ​ກັບ​​ຕົວ​ເລກ​ເສດ​ຖີ​ຄົນ​ໃໝ່, ດ້ວຍກວ່າ 440.000 ຄົນ​ ໄດ້​ເຂົ້າ​ຮ່ວມ​ກຸ່ມ​ນີ້​ໃນ​ປີຜ່ານ​ມາ, ກວມ​ເອົາ​ເກືອບ​ເຄິ່ງ​ໜຶ່ງ​ຈຳ​ນວນ​ເສດ​ຖີ​ໃໝ່​ທັງ​ໝົດ​ໃນ​ທົ່ວ​ໂລກ. ຖັດ​ຈາກ​ນັ້ນ​ແມ່ນ ຈີນ, ຍີ່​ປຸ່ນ, ເຢຍ​ລະ​ມັນ, ອັງ​ກິດ ແລະ ຝ​ລັ່ງ. ກໍ​ຕາມ​ບົດ​ລາຍ​ງານ​ແລ້ວ, ກຸ່ມ​ເສດ​ຖີ USD ພຽງ​ແຕ່ກວມ​ເອົາ 1,5% ປະ​ຊາ​ກອນ​ທົ່ວ​ໂລກ.

ບົດ​ລາຍ​ງານ​ກໍ​ຊີ້​ໃຫ້​ເຫັນ​ວ່າ ຈຳ​ນວນ​ເສດ​ຖີ​ໃນ​ໂລກ​ສືບ​ຕໍ່​ເພີ່ມ​ຂຶ້ນ. ໄລ່​ຮອດ​ເດືອນ ເມ​ສາ 2026, ທະ​ນາ​ຄານ UBS ຮັບ​ຮູ້​ມີເສດ​ຖີ 3.302 ຄົນ ຢູ່​ 47 ຕະຫຼາດ​ທີ່​​ໄດ້ເຂົ້າ​ຮ່ວມ​ການ​ສຳຫຼວດ, ເພີ່ມ​ຂຶ້ນ 383 ຄົນ ເມື່ອ​ທຽບ​ໃສ່​ບົດ​ລາຍ​ງານ​ຄັ້ງ​ກ່ອນ. ໃນ​ນັ້ນ, ອາ​ເມ​ລິ​ກາ ໄດ້​ນຳ​ໜ້າ​ດ້ວຍ​ຈຳ​ນວນ​ເສດ​ຖີກວ່າ 1.000 ຄົນ, ຖັດ​ຈາກ​ນັ້ນ​ແມ່ນ ຈີນ ແລະ ອິນ​ເດຍ.