ຕາມ​ການ​ອັບ​ເດັດ​ປະ​ຈຳ​ວັນ​ຂອງ​ອົງ​ການ WHO ແລ້ວ, ສ​ປ. ກົງ​ໂກ ຮັບ​ຮູ້​ມີ 452 ກໍ​ລະ​ນີ, ໃນ​ນັ້ນ ມີ 82 ກໍ​ລະ​ນີ​ເສຍ​ຊີ​ວິດ. ໃນ​ຂະ​ນະ​ນັ້ນ, ຢູ່​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ Uganda ມີ 19 ກໍ​ລະ​ນີ ແລະ ມີ 2 ກໍ​ລະ​ນີ​ເສຍ​ຊີ​ວິດ. ເປັນ​ອັນ​ວ່າ, ຢູ່ ສ​ປ.ກົງ​ໂກ ແລະ Uganda ມີ​ທັງ​ໝົດ 471 ກໍ​ລະ​ນີ​ຕິ​ດ​ເຊື້ອ​ໄວ​ຣັດ​ດັ່ງ​ກ່າວ ແລະ 84 ກໍ​ລະ​ນີ​ເສຍ​ຊີ​ວິດ, ເພີ່ມ​ຂຶ້ນ 100 ກໍ​ລະ​ນີຕິດ​ເຊື້ອ ແລະ 20 ກໍ​ລະ​ນີ​ເສຍ​ຊີ​ວິດ ເມື່ອ​ທຽບ​ໃສ່​ມື້​ກ່ອນ.

ອົງ​ການ WHO ໄດ້​ຖະ​ແຫຼງ​ວ່າ ການ​ລະ​ເບີດ​ໂລກ​ລະ​ບາດ Ebola ຢູ່ ສ​ປ.ກົງ​ໂກ ແລະ Uganda ແມ່ນ “ສະ​ພາ​ວະ​ການ​ແພດ​ຊຸມ​ຊົນ​ສຸກ​ເສີນ ກໍ່​ຄວາມ​ວິ​ຕົກ​ກັງ​ວົນ​ສາ​ກົນ”, ຍ້ອນ​ຄວາມ​ສ່ຽງ​ແຜ່​ລາມ​ຂ້າມ​ຊາຍ​ແດນ​ຂອງ​ໂລກ​ລະ​ບາດ​ນີ້. ອົງ​ການ​ດັ່ງ​ກ່າວ​ໄດ້​ກ່າວ​ເຕືອນ​ວ່າ ຖ້າ​ບໍ່​ມີ​ບັນ​ດາ​ມາດ​ຕະ​ການ​ຄວບ​ຄຸມ​ຢ່າງ​ແຮງ, ໂລກ​ລະ​ບາດ​ອາດ​ຈະ​ກາຍ​ເປັນ​ການ​ລະ​ເບີດ Ebola ຄັ້ງ​ໃຫຍ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ.