ບໍລິສັດ Moderna (ອາເມລິກາ), ຂໍ້ລິເລີ່ມ Vaccine AIDS ສາກົນ (IAVI) ແລະ ມະຫາວິທະຍາໄລ Oxford, ດ້ວຍການເຂົ້າຮ່ວມຜະລິດຂອງສະຖາບັນ ໂລຫິດ ອິນເດຍ, ຫາກໍ່ໄດ້ຮັບເງິນໜູນຊ່ວຍ 60 ລ້ານ USD ເພື່ອຄົ້ນຄ້ວາວັກຊິນຕ້ານ ສາຍ Bundibugyo ທີ່ຫາຍາກຂອງໄວຣັດ Ebola, ທີ່ພວມລະບາດຢູ່ບາງປະເທດອາບຟຼິກກາ. ບ້ວງເງິນໜູນຊ່ວຍດັ່ງກ່າວ ໂດຍສະຫະພັນປ່ຽນແປງໃໝ່ປະດິດສ້າງກຽມພ້ອມຕ້ານໂລກລະບາດ (CEPI) ປະກາດໃນວັນທີ 1 ມິຖຸນາ, ເພື່ອໜູນຊ່ວຍການພັດທະນາ, ທົດລອງທາງຄລິນິກໄລຍະຕົ້ນ ແລະ ໜູນຊ່ວຍການຜະລິດ ແລະ ດຳເນີນການທົດລອງໄລຍະຕໍ່ໆໄປ ຖ້າຂໍ້ມູນເບື້ອງຕົ້ນມີຜົນດີ. ການກະທຳນີ້ໄດ້ດຳເນີນໃນສະພາບວົງການເຈົ້າໜ້າທີ່ການແພດພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການຄວບຄຸມການລະບາດຂອງພະຍາດ Ebola ສາຍ Bundibugyo ຢູ່ເຂດອາບຟຼິກກາກາງ. ປັດຈຸບັນ, ສ.ໂກງໂກແມ່ນຈຸດໃຈກາງຂອງການລະບາດ, ດ້ວຍຈຳນວນຜູ້ຕິດເຊ້ອນັບມື້ນັບຫຼາຍໃນຂອບເຂດ ກວ້າງຂວາງຢູ່ເຂດທາງທິດຕາເວັນອອກ. ຕາມຕົວເລກຫຼ້າສຸດຂອງວົງການເຈົ້າໜ້າທີ່ ໂກງໂກແລ້ວ, ປະເທດນີ້ໄດ້ຢັ້ງຢືນມີຜູ້ຕິດພະຍາດ Ebola 282 ຄົນ, ແລະມີຜູ້ເສຍຊີວິດ 42 ຄົນ.
