ໃນ​ວັນ​ທີ 24 ສິງ​ຫາ, ວົງ​ການເຈົ້າໜ້າທີ່ ສາທາລະນະລັດ ປະຊາທິປະໄຕ ກົງໂກ ແຈ້ງໃຫ້ຮູ້ວ່າ ຈຳນວນຜູ້ຕິດເຊື້ອພະ​ຍາດ Ebola ຢູ່ປະເທດນີ້ ແມ່ນກວ່າ 5.500 ກໍລະນີ, ໃນນັ້ນຜູ້ເສຍຊີວິດ ກວ່າ 2.600 ຄົນ. ຕາມຕົວເລກ ທາງການ ທີ່ອັບ​ເດັດໃນວັນທີ 22 ສິງ​ຫາ, ສປ.ກົງໂກ ​ມີຜູ້​ຕິດ​ເຊື້ອ 5.514 ກໍລະນີ ແລະ ຖືກ​ເສຍ​ຊີ​ວິດ 2.642 ກໍລະນີ , ເທົ່າ​​ກັນ​ກັບອັດຕາ ການເສຍຊີວິດ​ແມ່ນ ເກືອບ 48%, ໃນຂະນະທີ່ ຜູ້​ຫາຍ​ດີ​ແລ້ວມີ 1.200 ກໍ​ລະ​ນີ. ໂລກພະຍາດ ໄດ້ແຜ່ລາມອອກ​ສູ່ 57 ເຂດ ສາທາລະນະສຸກ ຂຶ້ນກັບ ບັນດາແຂວງຄື່: Ituri, Kivu ເໜືອ, Kivu ໃຕ້, Haut-Uele, Bas-Uel) ແລະ Tshop).

ໃນວັນດຽວກັນ, ອົງການ ອະນາໄມ ໂລກ (WHO) ໃຫ້​ຂໍ້​ສັງ​ເກດວ່າ ໂລກ​ພະ​ຍາດນີ້ ໄດ້ກ້າວເຂົ້າສູ່ “ໄລຍະເວລາ ທີ່ມີລັກ​ສະ​ນະຕັດສິນ”ແລ້ວ, ກວ່າ 100 ວັນ ຫຼັງຈາກ ​ທີ່ປະເທດ ອາຟຣິກາ ປະກາດ ກ່ຽວກັບ ​ໂລກ​ພະຍາດນີ້. WHO ໃຫ້​ຂໍ້​ສັງ​ເກດວ່າ ນີ້ແມ່ນ ​ໄລ​ຍະ​ທີ່​ພະ​ຍາດ Ebola ລະບາດ ທໄວທີ່ສຸດຢູ່ ສປ.ກົງໂກ, ພ້ອມທັງ ເຕືອນວ່າ ລະ​ດັບການຕິດເຊື້ອ ຍັງລືນ​ກາຍ ຄວາມສາມາດຄວບຄຸມ ໂລກພະ​ຍາດຢູ່.