ວັນທີ 28 ພຶດສະພາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ບັນດາກຸ່ມນັກຊ່ຽວຊານຂອງອົງການນີ້ ສະເໜີດຳເນີນການທົດລອງໃນເບື້ອງຕົ້ນສຳລັບວັກຊິນຈຳນວນໜຶ່ງ ແລະ ຢາປິ່ນປົວທີ່ມີກຳລັງບົ່ມຊ້ອນ ແນໃສ່ຕ້ານຄືນໄວຣັດ Bundibugyo - ເຊິ່ງເປັນສາຍພັນໜຶ່ງທີ່ຫາຍາກຂອງໄວຣັດ Ebola ທີ່ປັດຈຸບັນຍັງບໍ່ທັນມີວັກຊິນປ້ອງກັນ ຫຼື ມີແຜນການປິ່ນປົ່ວທີ່ມີປະສິດທິຜົນເທື່ອ, ເຮັດໃຫ້ເພີ່ມຄວາມວິຕົກກັງວົນໃນປະຊາຄົມສາກົນ.
ໃນເວລາລໍຖ້າການທົດລອງ, ອົງການ WHO ເນັ້ນໜັກວ່າ ປັດຈຸບັນ ຍັງນຳໃຊ້ບັນດາມາດຕະການແບບເກົ່າເພື່ອສະກັດກັ້ນການແຜ່ລາມຂອງໄວຣັດດັ່ງກ່າວ. ວົງການນັກຊ່ຽວຊານ ໃຫ້ຂໍ້ສັງເກດວ່າ ເຖິງວ່າ ຂາດວັກຊິນ, ແຕ່ບັນດາມາດຕະການທາງການແພດຊຸມຊົນແບບເກົ່າ ຍັງອາດສາມາດຊ່ວຍຄວບຄຸມໂລກລະບາດເຫຼົ່ານີ້ໄດ້ຢູ່.
