ຕາມສື່ມວນຊົນສາກົນແລ້ວ, ອົງການອະນາໄມໂລກ (WHO) ກ່າວເຕືອນສະພາບການເກີດມີໂລກລະບາດ Ebola ຢູ່ສາທາລະນະລັດ ປະຊາທິປະໄຕ ກົງໂກ ແມ່ນສະພາບການສຸກເສີນທາງການແພດທົ່ວໂລກ, ໂດຍມີຜູ້ຕິດເຊື້ອກວ່າ 5.000 ຄົນ ແລະ ຜູ້ເສຍຊີວິດກວ່າ 2.320 ຄົນ. ພາຍຫຼັງກອງປະຊຸມສຸກເສີນໃນວັນທີ 18 ສິງຫາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນໜູນຊ່ວຍບັນດາຄວາມມານະພະຍາຍາມສະກັດກັ້ນໂລກລະບາດ. ທ່ານຍອມຮັບວ່າ ສະພາບການແມ່ນຍາກທີ່ຈະຄວບຄຸມໄດ້, ໃນຂະນະທີ່ບັນດາກຳລັງຮັບມືຍັງແຂ່ງກັບເວລາເພື່ອຮັບມືກັບສະພາບລະບາດຢ່າງທັນການ. ນີ້ແມ່ນຄັ້ງທີ 17 ທີ່ໂລກລະບາດ Ebola ລະບາດຢູ່ ສປ.ກົງໂກ ແລະ ກໍ່ແມ່ນຄັ້ງທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍທີ່ສຸດໃນປະຫວັດສາດ.
