ສະຫະພາບເອີລົບ (EU) ແລະ ອົງການອະນາໄມໂລກ (WHO) ພວມຍູ້ແຮງບັນດາການເຄື່ອນໄຫວໜູນຊ່ວຍຢ່າງຮີບດ່ວນແນໃສ່ຊ່ວຍໃຫ້ບັນດາປະເທດ ອາຟະລິກາ ຮັບມືກັບໂລກລະບາດ Ebola ພວມແຜ່ລະບາດຢ່າງສັບສົນຢູ່ທາງທິດຕາເວັນອອກ ສປ.ກົງໂກ ແລະ ເຂດໃກ້ຄຽງ.
ວັນທີ 07 ມິຖຸນາ, ຄະນະກຳມະການ ເອີລົບ (EC) ໃຫ້ຮູ້ວ່າ EU ໄດ້ຂົນສົ່ງສິນຄ້າໜູນຊ່ວຍມະນຸດສະທຳປະມານ 100 ໂຕນ ໄປຍັງເຂດ Ituri, ທາງທິດຕາເວັນອອກ ສປ. ກົງໂກ, ແຫ່ງເປັນຈຸດໃຈກາງຂອງໂລກລະບາດ Ebola. ງວດສິນຄ້າລວມມີຢຸກຢາ, ຕູບ ແລະ ອຸປະກອນປ້ອງກັນ, ໄດ້ຂົ່ງໄປຍັງນະຄອນ Bunia ຜ່ານ “ທາງການບິນມະນຸດສະທຳ” ທີ່ໄດ້ສົມທົບກັບກອງທຶນເພື່ອເດັກຂອງ ສປຊ (UNICEF).
ກໍ່ຍ້ອນຍັງບໍ່ທັນມີວັກແຊງ ຫຼື ວິທີການປິ່ນບົວສະເພາະສຳລັບໄວຣັດສາຍພັນ Ebola Bundibugyo ທີ່ພວມກໍ່ໃຫ້ເກີດໂລກລະບາດ, ສະນັ້ນ, ບັນດາມາດຕະການຕົ້ນຕໍຍັງສຸມໃສ່ການຄວບຄຸ້ມການແຜ່ລະບາດ, ປິ່ນປົວສະພາບການ ແລະ ເພີ່ມທະວີການປົກປ້ອງໃຫ້ແກ່ພາລະກອນສາທາລະນະສຸກ.
