ໂດຍປະຕິບັດຕາມຄຳຮຽກຮ້ອງຂອງຄະນະປະຕິບັດວຽກງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ ແລະ ຄຳສັ່ງຂອງກອງບັນຊາການພາກພື້ນໃນວຽກງານໜູນຊ່ວຍປະຊາຄົມປ້ອງກັນ, ຕ້ານໂລກອະຫິວາ ແລະ ໂລກ Ebola,ໂຮງໝໍກາງສະໜາມລະດັບ 2 ເລກ 7 ຫວຽດນາມ ໄດ້ມອບວັດຖຸອຸປະກອນການແພດ ແລະ ແນະນຳການປະຕິບັດການປ້ອງກັນຕ້ານພະຍາດ ຢູ່ໂຮງຮຽນປະຖົມປະຖານ Sunshine. ນີ້ກໍ່ແມ່ນການເຄື່ອນໄຫວແທ້ຈິງ ຂອງໂຮງໝໍກາງສະໜາມລະດັບ 2 ເລກ 7 ເພື່ອແນໃສ່ຕອບສະໜອງວັນເດັກອາບຟຼິກກາ (16 ມິຖຸນາ). ມີຂອງຂວັນ 500 ພູດລວມມີ: ປຶ້ມ, ປາກກາ, ວັດຖຸອຸປະກອນຮ່ຳຮຽນ ແລະ ເອກະສານໂດຍ ໂຮງໝໍກາງສະໜາມລະດັບ 2 ເລກ 7 ມອບໃຫ້ຄູສອນ ແລະ ນັກຮຽນໂຮງຮຽນປະຖົມປະຖານ Sunshine, ລັດ Bentiu, ຊູດັງໃຕ້. ຈຸດພົ້ນເດັ່ນຂອງໂຄງການແມ່ນ ການມອບຕູ້ຢາທາງໂຮງຮຽນ ຮູບແບບໂດຍພະນັກງານ, ລັດຖະກອນໂຮງໝໍກາງສະໜາມລະດັບ 2 ເລກ 7 ກະກຽມດ້ວຍຄວາມປາດຖະໜາຢາກໜູນຊ່ວຍທາງໂຮງຮຽນມີຄວາມເປັນເຈົ້າການໃນການປິ່ນປົວເບື້ອງຕົນໃຫ້ແກ່ນັກຮຽນຢູ່ຫ້ອງຮຽນ.
