ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (ພາບ: AFP/TTXVN) |
ນີ້ແມ່ນຂໍ້ສັງເກດໂດຍທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ຍົກອອກມາໃນວັນທີ 25 ພຶດສະພາ ກ່ຽວກັບບັນຫາທີ່ອຸດຕັນມາແຕ່ດົນນານ ແລະ ໄດ້ສົ່ງຜົນສະທ້ອນເຖິງວິວັດທະນາການເຈລະຈາຟື້ນຟູຂໍ້ຕົກລົງນິວເຄຼຍ ປີ 2015 ຫຼືເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA).
ຄາດວ່າ, ທ່ານ Rafael Grossi ຈະປະກາດບົດລາຍງານກ່ຽວກັບບັນຫາທີ່ຍັງຄົງຄ້າງໃນການພົວພັນກັບ ອີຣານ ຕໍ່ສະພາຜູ້ວ່າການອົງການ IAEA ກ່ອນທີ່ດຳເນີນກອງປະຊຸມປະຈຳໄຕມາດ ໃນວັນທີ 6 ມິຖຸນາ ຈະມາເຖິງ.

