ພິທີໄຂສົກຮຽນໃໝ່ 2026 – 2027 ຂອງໂຮງຮຽນສອງພາສາ ລາວ ຫວຽດນາມ ຫງວຽນຢູໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 14 ກັນຍາ ຢູ່ນະຄອນຫຼວງ ວຽງຈັນ, ລາວ. ເຂົ້າຮ່ວມແລະ ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ໄດ້ເນັ້ນໜັກວ່າ ໂຮງຮຽນສອງພາສາ ລາວ ຫວຽດນາມ ຫງວຽນຢຸບໍ່ພຽງແຕ່ແມ່ນບ່ອນສິດສອນພູມປັນຍາເທົ່ານັ້ນ ຫາກຍັງແມ່ນສະຖານທີ່ເຊື່ອມຕໍ່ວັດທະນະທຳ, ພາສາ, ປະກອບສ່ວນລໍ່ລ້ຽງ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ. ທ່ານເອກອັກຄະລັດຖະທູດປາດຖະໜາຢາກບັນດານ້ອງໆນັກຮຽນມານະພະຍາຍາມຝືກຝົນຫຼໍ່ຫຼອມ ເພື່ອກາຍເປັນພົນລະເມືອງທີ່ມີປະໂຫຍດ ແລະ ເປັນຂົວເຊື່ອມຕໍ່ລະຫວ່າງສອງຊາດ.
