ບັນດາພະນັກງານແພດໝໍໃນໂຮງໝໍກາງສະໜາມຮົບລະດັບ 2

ມາຮອດຈຸດເວລານີ້, ໂຮງໝໍກາງສະໜາມຮົບລະດັບ 2 ຂອງຫວຽດນາມ ໄດ້ກຽມພ້ອມຕໍ່ການກວດກາຂອງ ສ.ປ.ຊ. ນອກຈາກການເປັນເຈົ້າການຈັດຕັ້ງລະບົບຮັບປະກັນວຽກງານພະລາທິການຢູ່ບ່ອນຕັ້ງທັບ, ທ່ານໝໍ 70 ຄົນໃນໂຮງໝໍກາງສະໜາມຮົບລະດັບ 2 ຍັງດຳເນີນການຝຶກຊ້ອມຢ່າງຊຳນານງານກ່ຽວກັບການແກ້ໄຂອາວຸດລ້າງຜານ, ລະເບີດໝາກມິ່ນ, ໂລກພະຍາດ, ສົມທົບກັນເຄື່ອນຍ້າຍບ່ອນເຮັດວຽກໄປປິ່ນປົວສຸກເສີນອີກດ້ວຍ.