(ພາບ:Minh Hung/Bao Lao Dong)
ທີ່ເວທີປາໄສ, ບັນດາຜູ້ແທນສຸມໃສ່ໄຈ້ແຍກບັນດາຂໍ້ຕິດຄັດໃນການພັດທະນາ logistics ເຂດທົ່ງພຽງແມ່ນຳ້ແດງ, ພິເສດແມ່ນເຂດພື້ນຖານໂຄງລ່າງຄົມມະນາຄົມ ແລະ ຄວາມສາມາດເຊື່ອມຕໍ່ລະຫວ່າງບັນດາວິທີການຂົນສົ່ງ, ລາຍຈ່າຍ logistics... ກ່າວຄຳເຫັນຊີ້ນຳທີ່ເວທີປາໄສ, ທ່ານໂຮ່ກວັກຢູ້ງ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ໄລຍະຈະມາເຖິງ, ຂະແໜງ logistics ຫວຽດນາມ ຮັກສາລະດັບເຕີບໂຕສະເລ່ຍ 14 – 16%/ປີ, ປະກອບ 4,5-5% ເຂົ້າ GDP, ພ້ອມທັງລາຍຈ່າຍ logistics ໄດ້ຫລຸດລົງເຫຼືອປະມານ 16% GDP:
“ຫັນປ່ຽນຈິນຕະນາການເຄື່ອນໄຫວຈາກການພັດທະນາ logistics ຕາມບໍລິເວນບໍລິຫານ ໄປສູ່ການຈັດຕັ້ງ logistics ຕາມເຂດເສດຖະກິດ, ແລວເສດຖະກິດ ແລະ ລະບົບຕ່ອງໂສ້ການສະໜອງ. ນີ້ແມ່ນຄຳຮຽກຮ້ອງສຳຄັນໃນຈິນຕະນາການພັດທະນາ 6 ເຂດເສດຖະກິດຂອງກົມການເມືອງ. ຂົງເຂດ logistics ບໍ່ມີເຂດແດນການປົກຄອງບໍລິຫານ. ດັ່ງນັ້ນ, ແຕ່ລະທ້ອງຖິ່ນບໍ່ສາມາດສ້າງລະບົບ logistics ວົງປິດໄດ້, ຫາກຕ້ອງສ້າງຄົບຊຸດ, ເຊື່ອມຕໍ່ ແລະ ແບ່ງປັນຢ່າງມີປະສິດທິຜົນ”.
