ການມອບຫຼຽນໄຊ ປົກປັກຮັກສາປະເທດຊາດ ຊັ້ນ 2 ໃຫ້ໂຮງລະຄອນແຈ່ວກອງທັບປະຊາຊົນຫວຽດນາມ

65 ປີ ແຫ່ງການສ້າງສາ ແລະ ພັດທະນາ, ໂຮງລະຄອນແຈ່ວ ກອງທັບ ຍາມໃດກໍເອົາໃຈໃສ່ເຖິງການບໍາລຸງສ້າງຖັນແຖວລຸ້ນໜຸ່ມ, ແລກປ່ຽນວິຊາສະເພາະ, ໄປສະແດງກັບບັນດານັກສິລະປິນຂອງ ກອງສິລະປະ ວິທະຍຸກະຈາຍສຽງຫວຽດນາມ ຢ່າງເປັນປະຈໍາ ແລະ ຈັດທໍາຫຼາຍລາຍການ, ບົດລະຄອນທີ່ມ່ວນເພື່ອຮັບໃຊ້ທະຫານ ແລະ ປະຊາຊົນ. ໂຮງລະຄອນແຈ່ວກອງທັບ ໄດ້ເປັນກຽດຮັບເອົາບັນດາລາງວັນອັນສູງສົ່ງ. ໄລ່ມາຮອດປັດຈຸບັນ, ໂຮງລະຄອນແຈ່ວກອງທັບມີນັກສິລະປິນປະຊາຊົນ 5 ຄົນ ແລະ ນັກສິລະປິນດີເດັ່ນ 32 ຄົນ ສົມເປັນຫົວໜ່ວຍສິລະປະທີ່ດີເດັ່ນຂອງກອງທັບ.