ຮາກຖານຜະລິດນ້ຳມັນຢູ່ ອີຣານ (ພາບ: IRNA/TTXVN) |
ການຕັດສິນດັ່ງກ່າວ ໄດ້ຍົກອອກມາພາຍຫຼັງທີ່ບັນດາປະເທດຜະລິດນ້ຳມັນຄິດໄລ່ການຄາດຄະເນກ່ຽວກັບຄວາມອາດສາມາດຟື້ນຟູແຫຼ່ງສະໜອງ ໃນສະພາບການທີ່ແຫຼ່ງສະໜອງນ້ຳມັນຂອງ ອີຣານ ເພີ່ມຂຶ້ນ ພາຍຫຼັງຄວາມກ້າວໜ້າທີ່ບັນລຸໄດ້ໃນການເຈລະຈານິວເຄຼຍຄັ້ງຕ່າງໆ. ທ່ານຜູ້ອຳນວຍການໃຫຍ່ OPEC Mohammad Barkindo ຖືວ່າ ແຫຼ່ງສະໜອງຈາກ ອີຣານ ເພີ່ມຂຶ້ນ ຈະບໍ່ແມ່ນບັນຫາໃຫຍ່. ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງພະລັງງານ ອາຣັບບີ ຊະອຸດິ Abdulaziz bin Salman ຄາດຄະເນວ່າ ບັ້ນສັກວັກຊິນກັນພະຍາດໂຄວິດ - 19 ຈະຊ່ວຍສ້າງຄວາມດຸ່ນດ່ຽງຫຼາຍກວ່າອີກໃນຕະຫຼາດນ້ຳມັນ.
ບັນດານັກຊ່ຽວຊານ OPEC+ ຄາດຄະເນວ່າ ຄວາມຕ້ອງການນ້ຳມັນໃນປີ 2021 ແມ່ນ 6 ລ້ານຖັງຕໍ່ວັນ, ໃນສະພາບການທີ່ໂລກໄດ້ຮັບການຟື້ນຟູພາຍຫຼັງໄລຍະໂລກລະບາດໂຄວິດ - 19.

