ໃນ​ກອງ​ປະ​ຊຸມ​ແບບ​ທາງ​ໄກ ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 5 ກໍ​ລະ​ກົດ, ອົງ​ການ​ບັນ​ດາ​ປະ​ເທດ​ສົ່ງ​ອອກ​ນ້ຳ​ມັນ​ບໍ ແລະ ບັນ​ດາ​ຄູ່​ຮ່ວມ​ມື (OPEC+) ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບຫຼັກ​ການ​ເພື່ອ​ແນ​ໃສ່​ຍົກ​ສູງ​ໂຄ​ຕາ​ຜະ​ລິດ​ນ້ຳ​ມັນ​ຕື່ມ​ອີກ 188.000 ຖັງ/ວັນ​ນັບ​ແຕ່​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ.

ຕາມ​ຖະ​ແຫຼງ​ການ​ຢ່າງ​ເປັນ​ທາງ​ການ, ລະ​ດັບ​ປັບ​ປຸງ​ນີ້​ໄດ້​ປະ​ຕິ​ບັດ​ອີງ​ຕາມ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ເຕີມ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ທີ່​ໄດ້​ປະ​ກາດ​ນັບ​ແຕ່​ເດື​ອນ​ເມ​ສາ 2023. ການ​ຕັດ​ສິນ​ເພີ່ມ​ປະ​ລິ​ມານ​ໄດ້​ຍົກ​ອອກ​ມາ​ເພື່ອ​ແນ​ໃສ່​ສືບ​ຕໍ່​ປັບ​ປຸງ​ຄວາມມີ​ສະ​ຖຽນ​ລະ​ພາບ​ຂອງ​ຕະຫຼາດ​ນ້ຳ​ມັນ​ບໍ​ທົ່ວ​ໂລກ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ພາຍຫຼັງ​ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເລດ (UAE) ຖອນ​ຕົວ​ອອກ​ຈາກ​ສຳ​ພັນ​ທະ​ມິດ​ເມື່ອ​ເດືອນ ພຶດ​ສະ​ພາ 2026, ບັນ​ດາ​ບ້ວງ​ເພີ່ມ​ປະ​ລິ​ມານ​ໃນ​ປັດ​ຈຸ​ບັນ ພວມ​ໄດ້​ຮັບ​ການ​ປັບ​ປຸງ​ເພື່ອ​ສ່​ອງ​ແສງ​ຖືກ​ຕ້ອງ​ໂຄງ​ປະ​ກອບ​ໃໝ່​ຂອງ​ອົງ​ການ.