ໃນບົດລາຍງານທີ່ໄດ້ຍົກອອກມາໃນເດືອນ ກໍລະກົດ, ອົງການນີ້ໄດ້ຄາດຄະເນວ່າ ຄວາມຕ້ອງການນ້ຳມັນທົ່ວໂລກຈະເພີ່ມຂຶ້ນ 800.000 ຖັງ/ວັນ ໃນປີ 2026. ຕາມບົດລາຍງານຕະຫຼາດນ້ຳມັນປະຈຳເດືອນເຊິ່ງ OPEC ຫາກໍ່ປະກາດ, ລະດັບຄາດຄະເນໃໝ່ຕ່ຳກວ່າບັນດາການຄາດຄະເນກ່ອນນີ້ ສະແດງໃຫ້ເຫັນວ່າແງ່ຫວັງການບໍລິໂພກນ້ຳມັນທົ່ວໂລກສືບຕໍ່ຫຼຸດລົງໃນສະພາບການຜັນແປດ້ານເສດຖະກິດ ແລະ ພູມສາດການເມືອງໂລກ. ເຖິງຢ່າງໃດກໍ່ຕາມ, OPEC ຍັງຕີລາຄາວ່າ ຜົນກະທົບຂອງການປະທະກັນລະຫວ່າງ ອີຣານ ກັບ ອາເມລິກາ ແລະ ອິດສະຣາແອັນ ທີ່ມີຕໍ່ຄວາມຕ້ອງການນ້ຳມັນແມ່ນຕ່ຳກວ່າເມື່ອທຽບໃສ່ການຄາດຄະເນຂອງອົງການອື່ນຈຳນວນໜຶ່ງ.
