ວົງ​ການ​ເຈົ້າ​ໜ້າ​ທີ່​ ໂປ​ໂລ​ຍ ຢືນ​ຢັນ​ວ່າ ບໍ່​ມີ​ແຜ​ນ​ການ​ຜັນ​ຂະ​ຫຍາຍກອງ​ທັບ​ໄປ ຢູ​ແກຼນ ຄື​ດັ່ງ​ສ່ວນ​ໜຶ່ງ​ຂອງ​ພາ​ລະ​ກຳ​ຮັບ​ປະ​ກັນ​ສະ​ພາບ​ການ​ຢູ່​ພາກ​ພື້ນ, ແຕ່​ຍັງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ມາ​ຊິກ​ຫຼັກ​ແຫຼ່ງສ​ຳ​ຂອງ​ພັນ​ທະ​ມິດ​ອາ​ສາ​ສະ​ໝັກ, ສວມ​ບົດ​ບາດ​ແມ່ນ​ສູນ​ພະ​ລາ​ທິ​ການ ແລະ ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຂອງ​ພັນ​ທະ​ມິດນີ້.

ທ່ານ Janusz Onyszkiewicz, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂປ​ໂລຍ ຖື​ວ່າ ສະ​ຖານ​ທີ່​ດຳ​ເນີນ​ກາ​ນ​ຊ້ອມ​ຮົບ​ດ້ານ​ການ​ທະ​ຫານ​ໃນ​ອະ​ນາ​ຄົດ​ຂອງ​ສຳພັນ​ທະ​ມິດ​ບັນ​ດາ​ປະ​ເທດ ພ້ອມ​ແລ້ວ​ຈະ​ຮ່ວມ​ມື​ຢູ່ ໂປ​ໂລຍ ພຽງ​ແຕ່​ແມ່ນ​ສ່ວນ​ໜຶ່ງ​ເມື່ອ​ທຽບ​ໃສ່​ບັນ​ດາ​ການ​ຊ້ອມ​ຮົບ​ພວມ​ຈັດ​ຂຶ້ນ. ທ່ານ​ອະ​ທິ​ບາຍ​ວ່າ ບັນ​ດາ​ສະ​ມາ​ຊິກ​ສຳພັນ​ທະ​ມິດ ເອີ​ລົບ ພວມ​ກະ​ກຽມ​ໃຫ້​ແກ່​ແຜນ​ການ​ທີ່​ອາດ​ຈະ​ເກີດ​ຂຶ້ນ, ໃນ​ນັ້ນ​ໄດ້​ສັ່ງ​ຊາ​ກໍ​ລະ​ນີ​ເກີດ​ການ​ປ​ະ​ທະ​ກັນ​ຢູ່ ຢູ​ແກຼນ ຈະ​ສິ້ນ​ສຸດ​ລົງ ສ້າງ​ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ການ​ມີ​ໜ້າ​ດ້ານ​ການ​ທະ​ຫານ​ສາ​ກົນ ເພື່ອ​ຕິດ​ຕາມ​ບໍ່​ວ່າຂໍ້​ຕົກ​ລົງ​​​ໃດໆໃນ​ອະ​ນາ​ຄົດ.

ວົງ​ການ​ນັກ​ຊ່ຽ​ວ​ຊານ​ໃຫ້​ຂໍ້​ສັງ​ເກດ​ວ່າ ເລື່ອງ ໂປ​ໂລຍ ຍັງ​ບໍ່​ທັນ​ຜັນ​ຂະ​ຫຍາຍກອງ​ທັບ​ໄປ ຢູ​ແກຼນ ເປັນ​ຕົ້ນ​ແມ່ນ​ຍ້ອນ​ຊັ່ງ​ຊາ​ດ້ານ​ການ​ເມືອງ​ຢູ່​ພາຍ​ໃນ​ປະ​ເທດ.