(ພາບປະກອບ: EPA/TTXVN) |
ວັນທີ 08 ພຶດສະພາ, ທ່ານນາຍົກລັດຖະມົນຕີໂຊມາລີ Hassan Ali Khaire ແລະ ທ່ານເອກອັກຄະລັດຖະທູດອີຢູ ປະຈຳໂຊມາລີ Veronique Lorenzo ພ້ອມກັນເຂົ້າຮ່ວມເຫດການໂດຍກອງທັບເຮືອອີຢູ ຈັດຕັ້ງຢູ່ກ່ຳປັ່ນ ESPS Galicia. 2 ຝ່າຍໄດ້ປຶກສາຫາລືບັນດາມາດຕະການເພື່ອໃຫ້ອີຢູ ສາມາດໜູນຊ່ວຍລັດຖະບານໂຊມາລີ ຄວບຄຸມຄວາມໝັ້ນຄົງໃນການເດີນທະເລຂອງປະເທດນີ້ຢ່າງມີປະສິດທິຜົນທີ່ສຸດ. 2 ຝ່າຍໄດ້ເນັ້ນໜັກເຖິງການຮ່ວມມືຕ້ານໂຈນສະລັດລະຫວ່າງອີຢູ ແລະ ລັດຖະບານໂຊມາລີ.

