ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 69 ປີ​ແຫ່ງວັນ​ຊາດ ມາ​ເລ​ເຊຍ (31/8/1957 - 31/8/2026), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້ສົ່ງ​ໂທ​ລະ​ເລກອວຍ​ພອນ​ໄປ​ຍັງ ກະ​ສັດ Sultan Ibrahim Ibni Almarhum Sultan Iskandar; ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ສົ່ງ​ໂທ​ລະ​ເລກ​ອວຍ​ພອນ​ໄປ​ຍັງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ Anwar Ibrahim; ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໄດ້​ສົ່ງ​ໂທ​ລະ​ເລກ​ອວ​ຍ​ພອນ​ໄປ​ຍັງ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ Johari bin Abdul ແລະ ທ່ານ​ປະ​ທານ​ສະ​ພາ​ສູງ Awang Bemee Awang Ali Basah. ໃນ​ໂອ​ກາດ​ນີ້, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ່​ວາຍ​ຈຸງ ໄດ້​ສົ່ງ​ຈົດ​ໝາຍອວ​ຍ​ພອນ​ໄປ​ຍັງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ Dato’ Seri Utama Haji Mohamad Bin Haji Hasan ເຊັ່ນ​ດຽວ​ກັນ.