ນີ້ແມ່ນຄຳເນັ້ນໜັກຂອງທ່ານ ເຈິ່ນຕ໊ວນແອັງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ໃນພິທີມອບລາງວັນ ດາວຄຳ ຫວຽດ 2021 ທີ່ດຳເນີນໃນຕອນຄ່ຳວັນທີ 30 ມີນາ.
ພິທີມອບລາງວັນ ດາວຄຳ ຫວຽດ 2021 ທີ່ດຳເນີນໃນຕອນຄ່ຳວັນທີ 30 ມີນາ (ພາບ: TTXVN) |
“ປະຊາຄົມວິສາຫະກິດ, ນັກທຸລະກິດ ຫວຽດນາມ, ໃນນັ້ນມີນັກທຸລະກິດໜຸ່ມ ຫວຽດນາມ ແລະ ວິສາຫະກິດ ດາວຄຳ ຫວຽດ ຈະເສີມຂະຫຍາຍບົດບາດນຳໜ້າ ໃນການພັດທະນາເສດຖະກິດ - ສັງຄົມໃຫ້ເປັນຢ່າງດີ; ລົງທຶນປ່ຽນແປງໃໝ່ເຕັກໂນໂລຢີແກ້ໄຂວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ແກ່ຜູ້ອອກແຮງງານ, ສ້າງລະບົບຊີວະພາບ startup ປ່ຽນແປງໃໝ່, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນງົບປະມານແຫ່ງລັດ, ເພື່ອພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງກວ່າ”.

