ທ່ານປະທານ ກູບາ Miguel Diaz-Canel ກ່າວຄຳປາໄສ ໄຂກອງປະຊຸມ G77 (ພາບ: TTXVN)

ໃນແຈ້ງການຢ່າງເປັນທາງການ, ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodríguez Parrilla ເນັ້ນໜັກວ່າ ທ່ານ Díaz-Canel ຈະນຳສານຂອງ ກູບາ ແລະ ບັນດາກຸ່ມປະເທດພວມພັດທະນາ (G77) ໄປຍັງກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 78. ໃນຖານະເປັນປະທານຂອງ G77, ກູບາຈະຕາງໜ້າໃຫ້ກຸ່ມນີ້ ເພື່ອປົກປ້ອງຜົນປະໂຫຍດ ແລະ ນຳສະເໜີບັນດາຄຳຮຽກຮ້ອງຕ້ອງການທີ່ຊອບທຳ ເຊິ່ງໄດ້ຍົກອອກມາໃນກອງປະຊຸມສຸດຍອດ G77 ແລະ ຈີນ ຜ່ານມາ.

ດ້ວຍຫົວຂໍ້ “ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ປຸກລຸກນ້ຳໃຈສາມັກຄີທົ່ວໂລກ: ເພີ່ມທະວີການກະທຳເພື່ອໂຄງການດຳເນີນງານ 2030 ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ ມຸ່ງໄປເຖິງສັນຕິພາບ, ວັດທະນາຖາວອນ, ຄວາມກ້າວໜ້າ ແລະ ຍືນຍົງໃຫ້ທຸກໆຄົນ”, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78 ຈະສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາຮ້ອນເຮັ່ງທີ່ສຸດ, ເປັນຕົ້ນແມ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ສະກັດກັ້ນໂລກລະບາດ, ລົບລ້າງອາວຸດນິວເຄຼຍ…