ໂດຍ​ກ່ຽວ​ຂ້ອງ​ເຖິງ​ເຫດ​ອຸ​ບັດ​ຕິ​ເຫດ ເຮືອ​ສະ​ປິດ​ໂບ໊ດ​ປີ້ນຂວ້ຳ ຢ່າງ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 11 ກໍ​ລະ​ກົດ ໃນ​ເຂດ​ທະ​ເລ ຝຸກວັກ, ແຂວງ​ອານ​ຢາງ, ອຳ​ນາດ​ການ​ປົກ​ຄອງ​ພິ​ເສ​ດ​ຝຸກວັກ ໄດ້​ປະ​ສາ​ນ​ສົມ​ທົບ​ກັບ​ບັນ​ດາ​ກຳ​ລັງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ໄດ້​ປະ​ຕິ​ບັດ​ສຳ​ເລັດວຽກ​ງານ​ກູ້​ໄພ​ກູ້​ຊີບຢູ່​ສະ​ຖານ​ທີ່​ເກີດ​ເຫດ; ພ້ອມ​ທັງ​ສຸມ​ໃສ່​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາ​ກ​ອຸ​ບັດ​ຕິ​ເຫດ ແລະ ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ. ເຫດ​ການ​ເຮັດ​ໃຫ້ມີ​ຜູ້​ຖື​ສັນຊາດ​ອິ​ນ​ເດຍ 15 ຄົນ​ເສຍ​ຊີ​ວິດ.

ກ່ອນ​ໜ້າ​ນັ້ນ, ພາຍຫຼັງ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ອຸ​ບັດ​ຕິ​ເຫດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລມິນຮຶງ ໄດ້​ສົ່ງ​ສານ​ໂທ​ລະ​ເລກ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາ​ເຫດ​ອຸ​ບັດ​ຕິ​ເຫດ​ຄົມ​ມະ​ນາ​ຄົມ​ການ​ເດີນ​ເຮືອ​ທີ່​ຮ້າຍ​ແຮງ​ພິ​ເສດ​ໃນ​ບໍ​ລິ​ເວນ​ເຂດ​ພິ​ເສດ ຝຸກວັກ, ແຂວງ​ອານ​ຢາງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົ່ງ​ຄຳຢື້ຢາມ​ຖາມ​ຂ່າວ ໄປ​ຍັງ​ຜູ້​ປະ​ສົບ​ເຄາະ​ຮ້າຍ ແລະ ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ໄປ​ຍັງ​ພໍ່​ແມ່​ພີ່​ນ້ອງ, ຄອບ​ຄົວ​ຜູ້​ເສຍ​ຊີ​ວິດ; ພ້ອມ​ທັງ​ຊີ້​ນຳ​ກະ​ຊວງ​ຕຳຫຼວດ, ກະ​ຊວງ​ກໍ່​ສ້າງ, ການ​ນຳ​ແຂວງ​ອານ​ຢາງ ແລະ ກຳ​ລັງ​ຕຳຫຼວດ, ການ​ແພດ, ຕຳຫຼວດ​ທະ​ເລ, ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ…ສຸມ​ໃສ່​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາ​ກ​ອຸ​ບັດ​ຕິ​ເຫດ.