ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມອບລາງວັນໃຫ້ແກ່ບັນດາ ນັກປະພັນທີ່ມີບົດປະພັນຍາດໄດ້ລາງວັນ A (ພາບ: ຫວູຊິງ/laodong.vn)

ທີ່ພິທີ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມອບລາງວັນໃຫ້ແກ່ບັນດາ ນັກປະພັນທີ່ມີບົດປະພັນຍາດໄດ້ລາງວັນ A ຂອງງານແຂ່ງຂັນ “ສື່ມວນຊົນຂຽນກ່ຽວກັບຊົນນະບົດໃໝ່ຕິດພັນກັບການສ້າງໂຄງປະກອບກະສິກຳຄືນໃໝ່ ປີ 2018”. ນັກຂ່າວ ດິ່ງຈູງ, ສັງກັດວິທະຍຸກະຈ່າຍສຽງ ຫວຽດນາມ, ຜູ້ທີ່ຍາດໄດ້ລາງວັນ A ດ້ວຍ ບົດປະພັນ “ ໂຄງການໜຶ່ງຕາແສງມີໜຶ່ງຜະລິດຕະພັນ OCOP - ສາຍລົມໃໝ່ໃນການກໍ່ສ້າງຊົນນະບົດໃໝ່”, ແບ່ງປັນວ່າ:

“ຜະລິດຕະພັນຕ້ອງມີຄຸນນະພາບ, ຢາກໄດ້ແນວນັ້ນຕ້ອງທຳການຜະລິດເປັນກຸ່ມ. ຜ່ານການຜັນຂະຫຍາຍຢູ່ບັນດາທ້ອງຖິ່ນອາດຈະເຫັນວ່າບັນດາຜະລິດຕະພັນທີ່ໄດ້ຜະລິດອອກມາມີຄຸນນະພາບສູງແຕ່ຍາມໃດກໍ່ມີຈຸດອ່ອນໜຶ່ງນັ້ນແມ່ນຍາກໃນການສົ່ງອອກຈຳໜ່າຍ. ໃນຕົວຈິງ ເມື່ອຜັນຂະຫຍາຍໂຄງການ OCOP ກໍ່ໄດ້ແກ້ໄຂບັນຫານີ້ໂດຍຜ່ານບັນດາງານວາງສະແດງ, ງານຕະຫຼາດນັດເຊິ່ງບໍ່ພຽງແຕ່ໂຄສະນາຜະລິດຕະພັນເທົ່ານັ້ນ ຫາກຍັງແມ່ນການຈຳໜ່າຍຜະລິດຕະພັນກະເສດຢ່າງສະດວກອີກດ້ວຍ”