ຕອນບ່າຍວັນທີ 22 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ໂດວັນຈຽນ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ປະກາດມະຕິສ້າງຕັ້ງ ແລະ ເປີດຕົວກຸ່ມສະມາຊິກສະພາແຫ່ງຊາດໜຸ່ມຊຸດທີ XVI. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນໄດ້ສົ່ງສໍ່ດອກໄມ້ອວຍພອນ. ກ່າວຄຳເຫັນທີ່ພິທີ, ທ່ານໂດວັນຈຽນ ຮອງປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ, ການສ້າງກຸ່ມສະມາຊິກສະພາແຫ່ງຊາດໜຸ່ມຊຸດທີ XVI ບໍ່ພຽງແຕ່ແມ່ນການສືບຖອດຮູບແບບທີ່ມີປະສິດທິຜົນທີ່ໄດ້ຢັ້ງຢືນຜ່ານຫຼາຍສະໄໝແລ້ວເທົ່ານັ້ນ ຫາກຍັງຕິດພັນກັບຄວາມຮຽກຮ້ອງຕ້ອງການສືບຕໍ່ປ່ຽນແປງໃໝ່ການຈັດຕ້ັງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດໃນໄລຍະໃໝ່ຢ່າງແຮງອີກດ້ວຍ.
ທ່ານໂດວັນຈຽນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດປາດຖະໜາຢາກ ບັນດາສະມາຊິກສະພາແຫ່ງຊາດໜຸ່ມບໍ່ພຽງແຕ່ປະຕິບັດໜ້າທີ່ເປັນຢ່າງດີໃນສະໄໝນີ້ເທົ່ານັ້ນ ຫາກຍັງຕ້ອງເບິ່ງໄກກວ່າ, ເປັນເຈົ້າການຄົ້ນພົບບັນດາບັນຫາໃໝ່ໃນຕົວຈິງ, ສະເໜີບັນດາວິທີການສຳຜັດທີ່ເໝາະສົມ ແລະ ປະກອບສ່ວນເຂົ້າບັນດານະໂຍບາຍຊີ້ຂາດມີວິໄສທັດຍາວນານໃຫ້ແກ່ປະເທດຊາດ.
