ຮາກຖານປ້ອງກັນຄວາມສະຫງົບຂອງຂະບວນການ ອິດສະລາມ Hamas ຖືກມ້າງທຳລາຍ ພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ (ພາບ: Reuters)

ໃນການເຈລະຈາ 3 ຝ່າຍ ທາງອອນລາຍ ໃນວັນທີ 18 ພຶດສະພາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macrong, ທ່ານປະທານາທິບໍດີ ອີຢິບ Abdel Fattah al – Sisi ແລະ ທ່ານພະບາດສົມເດັດ ພະເຈົ້າມະຫາຊີວິດ ຈໍແດນ Abdullah II ໄດ້ເຫັນດີເປັນເອກະພາບ ຊຸກຍູ້ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງໃຫ້ຢຸດຍິງ ເພື່ອສິ້ນສຸດການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການ Hamas ຂອງ ປາແລັດສະຕິນ ຢູ່ເຂດ Gaza ໃນປັດຈຸບັນ.

ເນື້ອໃນຕົ້ນຕໍຂອງມະຕິສະບັບດັ່ງກ່າວ ແມ່ນຢຸດຕິບັນດາການເຄື່ອນໄຫວຍິງທຳລາຍໃນທັນທີ, ປະຕິບັດຄຳສັ່ງຢຸດຍິງ ແລະ ສະພາຄວາມໝັ້ນຄົງ ສປຊ ຕ້ອງປຶກສາຫາລືກ່ຽວກັບບັນຫານີ້. ທັງສາມປະເທດຕ່າງກໍຮຽກຮ້ອງດຳເນີນການປ່ອນບັດກ່ຽວກັບມະຕິທີ່ກ່ຽວຂ້ອງເຖິງບັນຫານີ້, ພ້ອມທັງເຫັນດີ ສົມທົບກັບ ສປຊ ຜັນຂະຫຍາຍຂໍ້ລິເລີ່ມໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນຢູ່ເຂດ Gaza.

ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດ ສະຫະພາບເອີຣົບ (ອີຢູ) ຮຽກຮ້ອງໃຫ້ຜັນຂະຫຍາຍຄຳສັ່ງຢຸດຍິງ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ Hamas ຂອງ ປາແລັດສະຕິນ, ພ້ອມທັງຢັ້ງຢືນຈະຍູ້ແຮງບັນດາການເຄື່ອນໄຫວຊ່ວຍເຫຼືອໃຫ້ແກ່ເຂດ Gaza.