ການເຄື່ອນໄຫວຂອງມະນຸດໄດ້ເຮັດໃຫ້ດິນຟ້າອາກາດມີການປ່ຽນແປງຢ່າງໄວວາ (ພາບ: baotainguyenmoitruong.vn)

ການສຳຫຼວດ ໂດຍບໍລິສັດ Ipsos MORI ປະຕິບັດໃຫ້ແກ່ເຄືອຂ່າຍ Global Commons Alliance ແຕ່ເດືອນ ເມສາ ຫາເດືອນ ພຶດສະພາຜ່ານມາ ສຳລັບປະຊາຊົນເກືອບ 20.000 ຄົນ ເຊິ່ງຢູ່ໃນເກັ່ນອາຍຸແຕ່ 16 – 75 ປີ ທີ່ພວມດຳລົງຊີວິດຢູ່ບັນດາປະເທດ G20.

ຜົນຂອງການຢັ່ງຫາງສຽງໄດ້ຊີ້ໃຫ້ເຫັນວ່າ 73% ຈຳນວນຄົນຖືກຖາມ ຖືວ່າ ໂລກພວມຫຍັບເຂົ້າໄປເສັ້ນກຳນົດ, ໝາຍຄວາມວ່າ ບັນດາການປ່ຽນແປງຢ່າງໄວວາໃນຂອບຂະໜາດໃຫຍ່ ຈະພາໄປເຖິງຜົນຮ້າຍຢ້ອນຫຼງັທີ່ຮ້າຍແຮງສຳລັບດິນຟ້າອາກາດ ຫຼື ທຳມະຊາດ ຍ້ອນບັນດາການເຄື່ອນໄຫວຄື ເຜົາເຊື້ອເພິງ ຟອກຊິວ ແລະ ການຕັດໄມ້ທຳລາຍປ່າ. ແລະ 58% ຈຳນວນຄົນດັ່ງກ່າວ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບດິນຟ້າອາກາດໃນຕົວຈິງ ແລະ ບັນຫາຊີວະນາໆພັນໃນປັດຈຸບັນ.