ວັນ​ທີ 14 ກັນ​ຍາ, ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ຢູ​ແກຼນ ແລະ ລັດ​ເຊຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ບໍ່​ບຸກ​ໂຈມ​ຕີ​ບັນ​ດາ​ຮາກ​ຖານ​ພະ​ລັງ​ງານ​ຂອງ​ກັນ. ຖະ​ແຫຼງ​ການ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ ​ການ​ນຳ​ອາ​ເມ​ລິ​ກາ ຕຳ​ໜິ​ຕິ​ຕຽນ​ເລື່ອງ​ຢູ​ແກຼນ​ບຸກ​ໂຈມ​ຕີ​ບັນ​ດາ​ໂຮງ​ງານ​ກັນ​ຕອງ​ນ້ຳ​ມັນ​ຂອງ​ລັດ​ເຊຍ 1 ວັນ. ໃນ​ບົດ​ທີ່​​ລົງ​ໃນ​ສື່​ສັງ​ຄົມ​ອອນ​ໄລ Truth Social, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Trump ຊີ້​ແຈ້ງວ່າ​ເລື່ອງ​ລາ​ຄາ​ນ້ຳ​ມັນ diesel ໃນ​ໂລກ​ເພີ່ມ​ຂຶ້ນ ສ່ວນຫຼາຍແມ່ນ​ຍ້ອນ​ການ​ປະ​ທະ​ກັນ ລັດ​ເຊຍ - ຢູ​ແກຼນ​ກໍ່​ຂຶ້ນ, ບ່​ໍ​ແມ່ນ​ຍ້ອນ​ອີ​ຣານ. ກ່ອນ​ໜ້າ​ນັ້ນ, ສື່ມວນ​ຊົນ​ລັດ​ເຊຍ ໃນ​ວັນ​ທີ 13 ກັນ​ຍາ ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ວັງ Kremlin ໂດຍ​ໃຫ້​ຮູ້​ວ່າ: Moscow ອາດ​ສາ​ມາດ​ຈັດ​ການ​ເຈ​ລ​ະ​ຈາ​ສາມ​ຝ່າຍຢູ່​ຢູ​ແກຼນ ໃນ​ເດືອນ​ຕຸ​ລາ​ຈະ​ມາ​ເຖິງ. ກ່ຽວ​ກັບ​ບັນ​ຫາ​ນີ້, ທ່ານ Yury Ushakov ຜູ້​ຊ່ວຍວຽກ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໃຫ້​ຮູ້​ວ່າທ່ານ​ Putin ຈະ​ຕັດ​ສິນ​ຜູ້​ນຳ​ໜ້າ​ຄະ​ນະ​​ລັດ​ເຊຍ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສາມ​ຝ່າຍ​ກ່ຽວ​ກັບ ຢູ​ແກຼນ.