ທ່ານປະທານາທິບໍດີ ຈະໃຫ້ການຕ້ອນຮັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຢູ່ທຳນຽບຂ່າວໃນວັນທີ 28 ກໍລະກົດ, ການພົບປະກັນຈະດຳເນີນເມື່ອຄວາມເຄັ່ງຕຶງໃນການປະທະກັນຢູ່ ຢູແກຼນ ສືບຕໍ່ເພີ່ມຂຶ້ນ. ຫວ່າງແລ້ວນີ້, ລັດເຊຍ ເພີ່ມທະວີບັນດາການບຸກໂຈມຕີດ້ວຍລູກສອນໄຟນຳວິຖີເລັ່ງໃສ່ນະຄອນຫຼວງ ກີແອັບ, ໃນຂະນະທີ່ ຢູແກຼນ ກໍ່ຍູ້ແຮງບັນດາການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບໄລຍະໄກເລັ່ງໃສ່ບັນດາເປົ້າໝາຍໃນຜືນແຜ່ນດິນຂອງລັດເຊຍ. ທ່ານປະທານາທິບໍດີ Volodymyr Zelensky ຈະໄປຮອດວໍຊິງຕັນເພື່ອເຂົ້າຮ່ວມງານສົບທ່ານ Lindsey Graham ສະມາຊິກສະພາສູງ. ທ່ານ Lindsey Graham, ສະມາຊິກລັດຖະສະພາລັດ Carolina ໃຕ້, ແມ່ນໜຶ່ງໃນບັນດາຜູ້ຄົນສະໜັບສະໜູນຢ່າງແຮງທີ່ສຸດຂອງຢູແກຼນ ຢູ່ສະພາແຫ່ງຊາດ ອາເມລິກາ ແລະ ຫາກໍເຖິງແກ່ມໍລະນະກຳກ່ອນນີ້ສອງອາທິດພວມອາຍຸ 71 ປີ.
ປະທານາທິບໍດີ ອາເມລິກາ Donald Trump ຈະໃຫ້ການຕ້ອນຮັບປະທານາທິບໍດີ ຢູແກຼນ Zelensky
[VOVWORLD] - ທ່ານປະທານາທິບໍດີ ຈະໃຫ້ການຕ້ອນຮັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຢູ່ທຳນຽບຂ່າວໃນວັນທີ 28 ກໍລະກົດ, ການພົບປະກັນຈະດຳເນີນເມື່ອຄວາມເຄັ່ງຕຶງໃນການປະທະກັນຢູ່ ຢູແກຼນ ສືບຕໍ່ເພີ່ມຂຶ້ນ.
