ພາຍຫຼັງການ​ພົບ​ປະ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Volodymyr Zelensky ໃຫ້​ຮູ້​ວ່າ ການ​ນຳ​ສອງ​ທ່ານ​ໄດ້​ມີ​ການ​ພົບ​ປະ “ຢ່າງ​ຈົບ​ງາມ” ແລະ ແລກ​ປ່ຽນ​ກ່ຽວ​ກັບ​ເລື່ອງ ອາ​ເມ​ລິ​ກາ ອະ​ນຸ​ຍາດ​ໃຫ້ ຢູ​ແກຼນ ຜະ​ລິດ​ລູກ​ສອນ​ໄຟສະ​ກັດ​ຕີ​​ Patriot ດ້ວຍ​ຕົນ​ເອງ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ເຊິ່ງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ໄດ້​ຍົກ​ອອກ​ມາ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ອົງ​ການ​ສົນ​ທິ​ສັນ​ຍາ​ອັດ​ລັງ​ຕິກ​ເໜື​ອ (NATO) ເມື່ອ​ຕົ້ນ​ເດືອນ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ສອງ​ຝ່າຍ​ກໍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບາງ​ຂໍ້​ລ​ິ​ເລີ່ມ​ອື່ນ​ໃນ​ຂ​ົງ​ເຂດ​ປ້ອງ​ກັນ​ຊາດ ແລະ ​ເຫັນ​ດີເປັນ​ເອ​ກະ​ພາບ​ຕ້ອງ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ທາງ​ການ​ທູດ ແນ​ໃສ່​ເຊື່ອມ​ຕໍ່​ບັນ​ດາ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ ລັດ​ເຊຍ ຄືນ​ໃໝ່.

ຕາມ​ແຜນ​ການ​ແລ້ວ, ຄາດ​ວ່າ ທ່ານ Steve Witkoff ແລະ ທ່ານ Jared Kushner ທູດ​ພິ​ເສດ​ຂອງ​ທ່ານ​ປະ​ທາ​ນາທິ​ບໍ​ດີ ອາ​ເມ​ລິ​ກາ ຈະ​ເດີນ​ທາງ​ໄປ​ຍັງ​ ຢູ​ແກຼນ ເປັນ​ຄັ້ງ​ທຳ​ອິດ ເພື່ອ​​ຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເປັນ​ກາງ​ລະ​ຫວ່າງ Kiev ແລະ ມົດ​ສະ​ກູ.

ນັກ​ຂ່າວ VOV ປະ​ຈຳ ອາ​ເມ​ລິ​ກາ