ວັນທີ 21 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ວ່າ ໄດ້ຢັ້ງຢືນ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ຕົກລົງເຊື້ອເຊີນລັດເຊຍ ເຂົ້າຮ່ວມບັນດາກອງປະຊຸມໃນຂອບເຂດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20), ພ້ອມທັງຍັງເປີດຄວາມອາດສາມາດ ທີ່ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ຈະໄປ Miami (ອາເມລິກາ) ເຂົ້າຮ່ວມກອງປະຊຸມສຸດຍອດ.
ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ Mumbai, ອິນເດຍ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ ລັດເຊຍໄດ້ຮັບການເຊື້ອເຊີນເຂົ້າຮ່ວມບັນດາການເຄື່ອນໄຫວ G20 ຕາມການຕົກລົງຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ຈະມີຜູ້ຕາງໜ້າເຂົ້າຮ່ວມບັນດາກອງປະຊຸມເປັນໜ່ວຍ. ທ່ານ Marco Rubio ຖືວ່າ ທ່ານ Sergei Larrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ອາດສາມາດເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ຢູ່ Atlanta ໃນທ້າຍເດືອນນີ້, ແລະ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ອາດສາມາດໄປ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ໃນທ້າຍປີນີ້.
ເລື່ອງທ່ານປະທານາທິບໍດີ ລັດເຊຍ ອາດສາມາດໄປ ອາເມລິກາ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ໄດ້ເປີດເຜີຍພາຍຫຼັງສາມປະເທດມະຫາອຳນາດ ອາເມລິກາ, ຈີນ ແລະ ລັດເຊຍ ອາດສາມາດຈັດການພົບປະລະຫວ່າງປະມຸກລັດ 3 ທ່ານ ຢູ່ນະຄອນ ເສິນເຈິ້ນ, ແຂວງກ໋ວາງຊີ (ຈີນ)ຢູ່ນອກກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC).
