ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ບັນດາປະເທດ G7 ບັນລຸໄດ້ຂໍ້ຕົກລົງປ່ອຍນ້ຳມັນ diesel ຈາກສາງສຳຮອງ, ເພື່ອແນໃສ່ແຫຼ່ງສະໜອງ ແລະ ປະກອບສ່ວນແກ່ຍາວການຫຼຸດລາຄານ້ຳມັນເຊື້ອໄຟ ໃນສະພາບການລາຄານ້ຳມັນ diesel ຢູ່ອາເມລິກາ ພວມຢູ່ລະດັບສູງ, ສ້າງຄວາມກົນດັນຕໍ່ປະຊາຊົນ ແລະ ວິສາຫະກິດກ່ອນການເລືອກຕັ້ງກາງສະໄໝ. ກ່າວຄຳເຫັນທີການຂົນຂວາຍເລືອກຕັ້ງຢູ່ນະຄອນ Mobile, ລັດ Alabama ໃນຕອນຄ່ຳວັນທີ 2 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ ເວົ້າວ່ານີ້ແມ່ນຂ່າວດີ ອາດສາມາດຫຼຸດຜ່ອນລາຄາໃຫ້ປະຊາຊົນອາເມລິກາ.ທ່ານ Donald Trump ກໍ່ໃຫ້ຮູ້ວ່າ ອາເມລິກາ ຈະບໍ່ຈັດວາງຄຳສັ່ງຫ້າມສົ່ງອອກນ້ຳມັນ diesel, ພ້ອມທັງຖືວ່າ ເລື່ອງ ເອີລົບນຳເອົານ້ຳມັນ diesel ຂາຍສູ່ຕະຫຼາດ ແມ່ນການປະກອບສ່ວນໃຫຍ່ຫຼວງໃຫ້ແກ່ໂລກ”. ຕາມຖະແຫຼງການຮ່ວມຂອງ G7, ກຸ່ມບັນດາປະເທດ ອຸດສາຫະກຳພັດທະນາຈະປະສານສົມທົບປ່ອຍນ້ຳມັນດິບ 100 ລ້ານຖັງ ແລະ ຜະລິດຕະພັນເຊື້ອໄຟຜ່ານອົງການພະລັງງານສາກົນ, ເລີ່ມຕົ້ນໃນທັນທີ ແລະ ແກ່ຍາວໃນໄລຍະ 4 ເດືອນ.
ປະທານາທິບໍດີ ອາເມລິກາ ປະກາດ G7 ເຫັນດີປ່ອຍນ້ຳມັນ diesel ຈາກສາງສຳຮອງ
[VOVWORLD] - ບັນດາປະເທດ G7 ບັນລຸໄດ້ຂໍ້ຕົກລົງປ່ອຍນ້ຳມັນ diesel ຈາກສາງສຳຮອງ, ເພື່ອແນໃສ່ແຫຼ່ງສະໜອງ ແລະ ປະກອບສ່ວນແກ່ຍາວການຫຼຸດລາຄານ້ຳມັນເຊື້ອໄຟ ໃນສະພາບການລາຄານ້ຳມັນ diesel ຢູ່ອາເມລິກາ ພວມຢູ່ລະດັບສູງ, ສ້າງຄວາມກົນດັນຕໍ່ປະຊາຊົນ ແລະ ວິສາຫະກິດກ່ອນການເລືອກຕັ້ງກາງສະໄໝ.
