ທ່ານປະທານາທິບໍດີ ບຸນກາຣີ ໂອ້ລົມກັບນັກສຶກສາຢູ່ສະຖາບັນ (ພາບ: TTXVN)

ນະທີ່ນີ້, ທ່ານປະທານາທິບໍດີ ບຸນກາຣີ ຢັ້ງຢືນເຖິງຄວາມສຳຄັນຂອງການພົວພັນ ຫວຽດນາມ ແລະ ບຸນກາຣີ ສຳລັບສອງພາກພື້ນທີ່ມີສອງປະເທດ, ພ້ອມທັງເນັ້ນໜັກເຖິງບົດບາດເປັນຂົວເຊື່ອມຕໍ່ ບຸນກາຣີ ກັບອາຊຽນ ຂອງ ຫວຽດນາມ ແລະ ຂົວເຊື່ອມຕໍ່ ຫວຽດນາມ ກັບ ສະຫະພາບເອີຣົບ ຂອງ ບຸນກາຣີ. ທ່ານປະທານາທິບໍດີ Rumen Radev ໄດ້ເນັ້ນໜັກເປັນພິເສດເຖິງການພົວພັນດ້ານເສດຖະກິດ - ການຄ້າ ແມ່ນສ່ວນໜຶ່ງທີ່ສຳຄັນໃນການພົວພັນສອງປະເທດ. ທ່ານຢັ້ງຢືນວ່າ “ກາຍເປັນນັກການທູດທີ່ເກັ່ງແມ່ນວິທີດີທີ່ສຸດເພື່ອຮັບໃຊ້ປະເທດຊາດ, ປົກປ້ອງຜົນປະໂຫຍດຂອງປະຊາຊົນ ແລະ ສືບຕໍ່ບັນດາຄວາມຄືບໜ້າ ແລະ ການເຊື່ອມໂຍງສາກົນຂອງ ຫວຽດນາມ. ນັ້ນແມ່ນສາຍເຫດທີ່ຂ້າພະເຈົ້າມີໜ້າຢູ່ທີ່ນີ້, ເພາະວ່າ ຂ້າພະເຈົ້າຢາກເຫັນການພັດທະນາຂອງການພົວພັນລະຫວ່າງສອງປະເທດພວກເຮົາໃນໄລຍະຕໍ່ມາ”.

ທ່ານປະທານາທິບໍດີ ບຸນກາຣີ Rumen Radev ເຮັດວຽກກັບນະຄອນ ຫາຍຟ່ອງ (ພາບ: TTXVN)

ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ບຸນກາຣີ Rumen Radev ແລະ ຄະນະຜູ້ແທນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກກັບນະຄອນ ຫາຍຟ່ອງ, ຢ້ຽມຢາມອ່າວລານຮະກາດບ່າ, ເມືອງກາດຫາຍ ແລະ ໂຮງງານຜະລິດລົດໂອໂຕ Vinfast.