ທ່ານປະທານາທິບໍດີ Hassan Rouhani ໄດ້ສະແດງວ່າ “ປະເທດສາທາລະນະລັດ ອິດສະລາມ ອີີຣານນີ້ິ້ ຮູ້ສຶກເສົ້າສະຫຼົດໃຈ” ຕໍ່ອຸບັດຕິເຫດນີ້. ທ່ານຖືວ່າ ບັນດາສິ່ງຜິດພາດຂອງ ຜູ້ຄົນກໍ່ຂຶ້ນເຫດຍິງຜິດເຮືອບິນດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດ 176 ຄົນ ແມ່ນ “ບໍ່ສາມາດອະໄພໄດ້”, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະມີຄຳສັ່ງສືບສວນຢ່າງເຖິງຖອງ ເພື່ອພິຈາລະນາບັນດາຜູ້ທີ່ມີການກະທຳຜິດ. ທ່ານກໍ່ຮຽກຮ້ອງໃຫ້ມີ ມາດຕະການຍົກລະດັບລະບົບປ້ອງກັນອາກາດທີ່ອ່ອນແອຂອງ ອີີຣານ ເພື່ອຫຼີກລ້ຽງບັນດາອຸບັດຕິເຫດຄ້າຍຄືກັນ.
ປະທານາທິບໍດີ ອີຣານ ຮຽກຮ້ອງ ການສືບສວນເພື່ອເຮັດໃຫ້ແຈ້ງສາຍເຫດຂອງອຸບັດຕິເຫດ ເຮືອບິນ ຂອງ ຢູແກຼນ
(VOVWORLD) -ພາຍຫຼັງ ກອງທັບ ອີຣານ ຍອມຮັບຢ່າງເປັນທາງການວ່າ ບໍ່ຕັ້ງໃຈຍິງໃສ່ເຮືອບິນຂອງ ບໍລິສັດການບິນສາກົນ ຢູແກຼນ (UIA) ທີ່ຮັດໃຫ້ມີຜູ້ເສຍຊີວິດ 176 ຄົນ, ທ່ານ Hassan Rouhani ປະນາທາທິບໍດີ ອີຣານ ໄດ້ຮຽກຮ້ອງສືບຕໍ່ການສືບສວນເພື່ອເຮັດໃຫ້ແຈ້ງສາຍເຫດ ແລະ ພິພາສາບັນດາຜູ້ຮັບຜິດຊອບເຫດດັ່ງກ່າວ .
