ວັນທີ 29 ສິງຫາ, ທ່ານ Masoud Pezeshkian ປະທານາທິບໍດີ ອີຣານ ໄດ້ຕີລາຄາວ່າ ບົດບັນທຶກຊ່ວຍຈຳສັນຕິພາບ (MoU) ລະຫວ່າງ ເຕເຮຣານ ແລະ ວໍຊິງຕັນ ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ, ພາກພື້ນອາຊີຕາເວັນຕົກ ແລະ ໂລກ. ຄຳປະກາດນີ້ ໄດ້ເອົາລົງເວັບໄຊຂອງຫ້ອງວ່າການປະທານາທິບໍດີ ອີຣານ ໂດຍຄັດສະເໜີຄຳເວົ້າຂອງທ່ານ Pezeshkian ຊື່ງໄດ້ເນັ້ນໜັກວ່າ ດ້ວຍການປະຕິບັດ MoU, ອາເມລິກາ ແລະ ອີຣານ ຈະບໍ່ສາມາດກໍ່ຄວາມສັບສົນ ແລະ ສະພາບຂາດສະຖຽນລະພາບໃນພາກພື້ນ, ພ້ອມກັນນັ້ນ, ບັນດາປະເທດໃນພາກພື້ນຈະສາມາດເດີນຕາມເສັ້ນທາງສະຖຽນລະພາບ ແລະ ພັດທະນາ
ທ່ານປະທານາທິບໍດີ Masoud Pezeshkian ກໍ່ໄດ້ຍົກອອກຄວາມຈຳເປັນຕ້ອງເຮັດໃຫ້ “ບັນດາກົນອຸບາຍຂອງສັດຕູ” ຖືກປະລາໄຊ ໂດຍຜ່ານຄວາມມານະພະຍາຍາມຊຸກຍູ້ກຸ່ມກ້ອນສາມັກຕີ ແລະ ຄວາມເປັນເອກະພາບລະຫວ່າງບັນດາປະເທດອິດຊະລາມ. ການນຳ ອີຣານ ຢືນຢັນວ່າ ອີຣານ ບໍ່ມີເວລາໃດເປີດສົງຄາມ ແລະ ເນັ້ນໜັກວ່າ “ອີຣານ ບໍ່ຊົມເຊີຍ ສົງຄາມ ແລະ ຈະບໍ່ມີກຳລັງໃດສາມາດບັງຄັບໃຫ້ປະເທດໜຶ່ງທີ່ພວມຢືນຢ່າງໝັ້ນຄົງ ດ້ວຍກຳລັງແຮງທັງໝົດ ແລະ ເຈດຈຳນົງຂອງຕົນຕ້ອງຍອມຈຳນົນ”.
