ຮອບ​ເຈ​ລະ​ຈາ​ຄັ້ງ​ທີ 4 ໂດຍ​ ອາ​ເມ​ລິ​ກາ ເປັນ​ກາງ​ໄກ່ເກ່ຍ ລະ​ຫວ່າງ ລີ​ບັງ ແລະ ອິດ​ສະ​ຣາ​ແອັນ ໄດ້​ດຳ​ເນີນ​ໃນ​ວັນ​ທີ 02 ມິ​ຖຸ​ນາ ຢູ່ ວໍ​ຊິງ​ຕັນ. ບັນ​ດາ​ຮອບ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ປະ​ເທດນັ້ນ ໄດ້​ຮັບ​ການ​ລິ​ເລີ່ມ​ເມື່ອ​ເດືອນ ເມ​ສາ 2026 ພາຍຫຼັງ​ການ​ປະ​ທະ​ກັນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ເຮັກ​ໂບ​ລາ ເກີດ​ຂຶ້ນ, ​ໂດຍສຸມ​ໃສ່​ການ​ຮັກ​ສາ​ຄຳ​ສັ່ງ​ຢຸດ​ຍິງ, ສ້າງ​ຕັ້ງ​ບັນ​ດາ​ກົນ​ໄກ​ເພື່ອ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໃນ​ຍ​າວ​ນານ, ແກ້​ໄຂ​ການ​ຖອນ​ກຳ​ລັງ​ຂອງ ອິດ​ສະ​ຣາ​ແອັນ ອອກ​ຈາກ​ພາກ​ໃຕ້ ລີ​ບັງ ແລະ ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ຂອງ​ລັດ ລີ​ບັງ ສຳ​ລັບ​ບັນ​ດາ​ເຂດ​ຊາຍ​ແດນ.

ເຮັກ​ໂບ​ລາ ສືບ​ຕໍ່​ປະ​ຕິ​ເສດ​ບັນ​ດາ​ການ​ເຈ​ລະ​ຈາ​ແບບ​ເຊິ່ງ​ໜ້າ​ລະ​ຫວ່າງ ລີ​ບັງ ກັບ ອິດ​ສະ​ຣາ​ແອັນ ພາຍ​ໃຕ້​ການ​ເປັນ​ກາງ​ໄກ່​ເກ່ຍ​ຂອງ ອາ​ເມ​ລິ​ກາ. ທ່ານ Hussein Hajj Hassan ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ ເຮັກ​ໂບ​ລາ ຖື​ວ່າ ບັນ​ດາ​ມາດ​ຕະ​ການ​ປ່ຽນ​ແທນ​ທີ່​ເໝາະ​ສົມ ແມ່ນ​ຟື້ນ​ຟູ​ຄວາມ​ສາ​ມັກ​ຄີ​ຊົນ​ຊາດ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງບັນ​ດາ​ຝ່າຍ ລີ​ບັງ.

ນັກ​ຂ່າວ VOV ປະ​ຈຳ ອີ​ຢິບ