ວັນທີ 24 ກັນຍາ, ທ່ານ Mahmoud Abbas ປະທານາທິບໍດີ ປາແລັດສະຕິນ ໃຫ້ຮູ້ວ່າ ປະຊາຊົນ ປາແລັດສະຕິນ ຢູ່ເຂດ ກາຊາ ຕ້ອງປະເຊີນໜ້າກັບສົງຄານດັບສູນເຊື້ອຊາດ, ກ່າວປະນາມ ອິດສະລາແອັນ ກໍ່ເຫດເຂັ່ນຂ້າປະຊາຊົນ, ທຳລາຍ, ເຮັດໃຫ້ເກີດໄພອຶດຫິວ ແລະ ມີກົນອຸບາຍເນລະເທດປະຊາຊົນ.
ທ່ານປະທານາທິບໍດີ Mahmoud Abbas ໄດ້ຍົກອອກບັນດາຄຳເຫັນທີ່ໄດ້ອັດໄວ້ຢູ່ຫ້ອງການຂອງຕົນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ພາຍລັງ ອາເມລິກາ ປະຕິເສດອອກວີຊີໃຫ້ແກ່ຄະນະປະຕິບັດງານ ປາແລັດສະຕິນ ເຂົ້າຮ່ວມກອງປະຊຸມຂອງສະມັດຊາໃຫຍ່ ສປຊ ປີທີສອງລຽນຕິດ.
ໃນບົດກ່າວປາໄສ, ທ່ານ Mahmoud Abbas ໄດ້ພັນລະນາສະພາບການຢູ່ເຂດ ກາຊາ ຄືວິນາດຕະກຳມະນຸດສະທຳທີ່ບໍ່ເຄີຍມີມາກ່ອນ, ພ້ອມທັງກ່າວຫາບັນດາຊາວ ອິດສະລາແອັນ ຕັ້ງຖິ່ນຖານຄົງທີ່ຢູ່ທີ່ນີ້ ໄດ້ເຮັດໃຫ້ການໃຊ້ຄວາມຮຸນແຮງເພີ່ມຂຶ້ນ ແລະ ເປີດກວ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດຝັ່ງຕາເວັນຕົກທີ່ຖືກຢຶດຄອງ, ທ່ານໃຫ້ຮູ້ວ່າ ເຂດດິນແດນແຫ່ງນີ້ພວມຖືກແບ່ງແຍກ ແລະ ເຂດທາງທິດ ຕາເວັນອອກ Jerusalem ພວມຖືກປິດລ້ອມ, ເຮັດໃຫ້ການດຳລົງຊີວິດຂອງຊາວ ປາແລັດສະຕິນ ຢູ່ທີ່ນີ້ປະສົບກັບຄວາມຫຍຸ້ງຍາກກວ່າ ແລະ ບັງຄັບໃຫ້ເຂົາເຈົ້າຕ້ອງອອກຈາກບ້ານເກີດເມືອງນອນຂອງຕົນ.
