ວັນ​ທີ 12 ກັນ​ຍາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໄດ້​ປະ​ກາດ​ທ່ານ​ພ້ອມ​ແລ້ວ​ທີ່​ຈະ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຢູ່ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ແຖວ​ໜ້າ​ໂລກ (G20) ຄາດ​ວ່າ​ຈະ​ດຳ​ເນີນ​ຢູ່​ນະ​ຄອນ ມີ​ອາ​ມີ (ອາ​ເມ​ລິ​ກາ) ໃນ​ທ້າຍ​ປີ​ນີ້. ໂດຍ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂອງ​ໂທ​ລະ​ພາບ (ເຢຍ​ລະ​ມັນ), ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢັ້ງ​ຢືນ​ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ນີ້​ເພື່ອ “ໂອ້​ລົມ​ເຈ​ລະ​ຈາ ແລະ ຍົກ​ອອກ​ບັນ​ດາ​ຂໍ້​ຕົກ​ລົງ”. ສ່ວນ​ຝ່າຍ​ລັດ​ເຊຍ, ທ່ານ Yury Ushakov ຜູ້​ຊ່ວຍວຽກ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໃຫ້​ຮູ້​ວ່າ ປັດ​ຈຸ​ບັນ​ຍັງ​ບໍ່​ຮູ້​ວ່າ ທ່ານ ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Putin ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20 ຢູ່​ອາ​ເມ​ລິ​ກາ ຫຼື​ບໍ່. ກ່າວ​ຄຳ​ເຫັນ​ຕໍ່​ໜັງ​ສື​ພິມ Izvestia ຂອງ ລັດ​ເຊຍ​, ທ່ານ ໃຫ້​ຮູ້​ວ່າ​ບັນ​ດາ​ນີ້​ບໍ່​ທັນ​ໄດ້​ປຶກ​ສາ​ຫາ​ລື​ເທື່ອ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ການ​ເຮັດ​ວຽກ​ຂັ້ນ​ວິ​ຊາ​ການ​ທີ່​ກ່ຽວ​ຂ້ອງ​ເຖິງ​ເຫດ​ການ​ນີ້​ພວມ​ໄດ້​ດຳ​ເນີນ​ໄປ.