ວັນ​ທີ 29 ຕຸ​ລາ, ທ່ານ Mahmoud Abbas ປະ​ທານ​າ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ ສະ​ແດງ​ຄວາມ​ຫວັງ​ວ່າ ການ​ເລືອກ​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ ອິດ​ສະ​ລາ​ແອັນ ຈະ​ອະ​ນຸ​ຍາດໃຫ້​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາ​ບ​ຄືນ​ໃໝ່, ເມື່ອ​ວິ​ວັດ​ການ​ສັນ​ຕິ​ພາບ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງນີ້​ພວມ​ຖືກ​ຢຸດ​ສະ​ຫງັກ​ມາ​ເປັນ​ເວ​ລາຫຼາຍ​ປີ​ແລ້ວ. ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ​ພາຍຫຼັງ​ການ​ພົບ​ປະ​ກັບ ​ທ່ານ​ Nikos Christodoulides ປະ​ທາ​ນາ​ທິ​ບໍ​ດີ ສ.ໄຊ​ປ​ຣັດ, ທ່ານ Mahmoud Abbas ໃຫ້​ຮູ້​ວ່າ ໃນຫຼາຍ​ປີ​ມາ​ນີ້, ປາ​ແລັດ​ສະ​ຕິນ ​ຍາມ​ໃດ​ກໍ່​ສະ​ແດງ​ເຈດ​ຕະ​ນາ​ດີ​ເພື່ອ​ບັນ​ລຸ​ໄດ້​ສັນ​ຕິ​ພາບ​ກັບ ອິດ​ສະ​ລາ​ແອັນ​, ເພື່ອ​ໃຫ້​ສອງ​ຝ່າຍ​ອາດ​ສາ​ມາ​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ໝັ້ນ​ຄົງ, ມີ​ສະ​ຖຽນ​ລະ​ພາບ ແລະ ສັ​ນ​ຕິ​ພາບ, ພ້ອມ​ທັງ​ສະ​ແດງຄວາມຫວັງວ່າ ຈະ​ດຳ​ເນີນການສົນທະນາ​ໃນທັນທີ​ພາຍ​ຫຼັງທີ່ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ ອິດ​ສະ​ລາ​ແອັນ ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ.