ພະນັກງານສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ປັກກິ່ງ ຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ຢູ່ ສະໜາມບິນສາກົນ ປັກກິ່ງ (ພາບ: VOV) |
ຕາມວາລະດຳເນີນກອງປະຊຸມແລ້ວ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດ ເວທີປາໄສຂັ້ນສູງ ຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3 ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີນຜິງ ເປັນປະທານ; ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ດ້ວຍຫົວຂໍ້: ເສດຖະກິດດີຈີຕອນ - ກຳລັງໜູນໃໝ່ຂອງການເຕີບໂຕ; ເຂົ້າຮ່ວມງານລ້ຽງຕ້ອນຮັບບັນດາຫົວໜ້າຄະນະ ແລະ ພັນລະຍາການນຳບັນດາປະເທດ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ແລະ ພັນລະຍາເປັນປະທານ.
ທ່ານປະທານປະເທດ ຫວໍວັນເຖືອງ ຈະມີການພົບປະສອງຝ່າຍສຳຄັນກັບການນຳບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ທີ່ເຂົ້າຮ່ວມເວທີປາໄສຄັ້ງນີ້, ເປັນຕົ້ນແມ່ນທ່ານປະທານາທິບໍດີ ລັດເຊຍ Vladimir Putin; ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ…
ທ່ານປະທານປະເທດ ຫວໍວັນເຖືອງ ກໍຈະມີຫຼາຍການພົບປະສອງຝ່າຍກັບການນຳຈີນ ອີກດ້ວຍ.
ຫວູຢຸງ - ບິກທ້ວນ

