ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະ ແລະ ສົນທະນາກັບເຈົ້າຊີວິດ Charles III (ພາບ: ກະຊວງການຕ່າງປະເທດ)

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະ ແລະ ສົນທະນາກັບເຈົ້າຊີວິດ Charles III ແລະ ທ່ານນາຍົກລັດຖະມົນຕີ Rishi Sunak.

ນະທີ່ນີ້, ເຈົ້າຊີວິດ Charles III ສະແດງຄວາມຕື້ນຕັນໃຈຕໍ່ນ້ຳໃຈ ກໍຄືຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງການນຳຂັ້ນສູງ ຫວຽດນາມ ທີ່ມີຕໍ່ທ່ານເອງ ກໍຄື ພະບໍລົມວົງສານຸວົງ; ພ້ອມທັງຢັ້ງຢືນວ່າ ພະບໍລົມວົງສານຸວົງ ແລະ ທ່ານເອງ ຍາມໃດກໍເອົາໃຈໃສ່, ສະໜັບສະໜູນຂະບວນວິວັດການປ່ຽນແປງໃໝ່ ແລະ ພັດທະນາຂອງ ຫວຽດນາມ ກໍຄື ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ; ປີ 2023 ແມ່ນປີສະເຫຼີມສອງຫຼອງການພົວພັນທາງການທູດລະຫວ່າງສອງປະເທດ ຄົບຮອບ 50 ປີ, ຫວັງວ່າ ໃນ 50 ປີ ຈະມາເຖິງ, ສອງປະເທດຈະສືບຕໍ່ພ້ອມກັນສ້າງສາຍພົວພັນໃຫ້ດີງາມກວ່າອີກ.

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພົບປະ ແລະ ສົນທະນາກັບທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak (ພາບ: nhandan.vn)

ສ່ວນໃນການພົບປະກັບ, ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ຖືວ່າ ກຳລັງບົ່ມຊ້ອນໃຫ້ສອງປະເທດ ອັງກິດ - ຫວຽດນາມ ຮ່ວມມືກັນນັ້ນ ແມ່ນຍັງໃຫຍ່ຫຼວງຢູ່; ອັງກິດ ຍາມໃດກໍຢາກຜູກພັນກັບ ຫວຽດນາມ ໃຫ້ຫຼາຍກວ່າອີກ.

ກໍໃນໂອກາດນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ພົບປະກັບການນຳບາງປະເທດ, ປະທານສະພາເອີຣົບ ທ່ານ Charles Michel ແລະ ທ່ານ Mathias Cormann ເລຂາທິການໃຫຍ່ OECD.