ວັນທີ 11 ຕຸລາ, ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງຮ່າໂນ້ຍ ໄປຢ້ຽມຢາມ ຈີນ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 2 ກຳມາທິການການຮ່ວມມື ລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ, ຕາມຄຳເຊື້ອຂອງ ທ່ານ ເຊວເລີ້ເຈີ້ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ.
ນີ້ແມ່ນການຢ້ຽມຢາມ ຈີນ ຄັ້ງທຳອິດຂອງ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໃນຖານະຕຳແໜ່ງປະທານສະພາແຫ່ງຊາດ ຫວຽດນາມ. ການຢ້ຽມຢາມແມ່ນເພື່ອແນໃສ່ສືບຕໍ່ຫັນແນວທາງການທູດຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກເປັນລະອຽດ, ປະກອບສ່ວນເພີ່ມທະວີປະສິດທິຜົນການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ, ຢັ້ງຢືນບົດບາດເສົາຄ້ຳຂອງການຮ່ວມມືລັດຖະສະພາໃນການພົວພັນສັງລວມຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.
ແລະກໍ່ໃນ ຕອນບ່າຍວັນທີ 11 ຕຸລາ, ຕາມເວລາທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ ປັກກິ່ງ, ນະຄອນຫຼວງ ປັກກິ່ງ. ຕ້ອນຮັບ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນ, ຝ່າຍຈີນ ມີທ່ານ Wang Dongming ຮອງປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ, ທ່ານ Song Rui ຮອງເລຂາທິການໃຫຍ່ ຄະນະປະຈຳ ສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ , ທ່ານ Shen Zheyue ຮອງຫົວໜ້າກົມການພົວພັນຕ່າງປະເທດ, ຫ້ອງວ່າການຄະນະປະຈຳ ສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ. ຝ່າຍ ຫວຽດນາມ ມີທ່ານ ຟ້າມແທັງບິ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ, ພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ຈີນ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມອາໄສຢູ່ຈີນ.
