ທ່ານນາງປະທານສະພາແຫ່ງຊາດ ກຳປູເຈຍ Samdech Khuon Sudary ຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ, ຫງວຽນຮຸຍຕັງ (ພາບ: VOV) |
ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ກຳປູເຈຍ Samdech Khuon Sudary, ໄດ້ເນັ້ນໜັກເຖິງຄວາມໝາຍອັນເລິກເຊິ່ງຂອງການພົວພັນຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ, ກໍຄືລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດໃນເມື່ອກ່ອນ ກໍຄື ໃນໄລຍະສ້າງສາ, ພັດທະນາປະເທດຊາດໃນວັນນີ້; ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອຢ່າງທັນການຂອງພັກ, ລັດ, ກອງທັບປະຊາຊົນ ຫວຽດນາມ ທີ່ໄດ້ຊ່ວຍປົດປ່ອຍ ກຳປູເຈຍ ລົບລ້າງລະບອບດັບສູນເຊື້ອຊາດ ປອນປົດ; ພ້ອມດຽວກັນນັ້ນ, ທ່ານກໍສະແດງຄວາມປິຕິຊົມຊື່ນຕໍການພົວພັນສາມັກຄີ, ຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ທີ່ໄດ້ ແລະ ພວມພັດທະນາຢ່າງບໍ່ຢຸດຢັ້ງ.
ທ່ານນາງປະທານສະພາແຫ່ງຊາດ ກຳປູເຈຍ ແລະ ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ ໄດ້ແລກປ່ຽນກ່ຽວກັບບາງເນື້ອໃນທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງສອງປະເທດ, ໂດຍເຫັນດີສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ, ທຸກຊ່ອງທາງ ເພື່ອແບ່ງປັນບົດຮຽນ, ປະສົບການ, ສືບຕໍ່ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະ ກົນໄກຮ່ວມມື 3 ຝ່າຍ ຫວຽດນາມ - ລາວ - ກຳປູເຈຍ; ເພີມທະວີການຮ່ວມມືຢ່າງຮອບດ້ານ, ໂດຍສະເພາະແມ່ນການຄ້າ, ການລົງທຶນ, ການໜູນຊ່ວຍເຊິ່ງກັນ ແລະ ກັນ ໃນບັນດາຂົງເຂດ ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ທັງສອງຝ່າຍ.
ວັນໂດ໊ - ນັກຂ່າວ VOV ປະຈຳ ກຳປູເຈຍ

