ຕອນບ່າຍວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ລາວ ໄດ້ຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໂດຍທ່ານ ຫງວຽນດັກວິງ, ປະທານກຳມາທິການ ວັດທະນະທຳ ແລະ ສັງຄົມ ຂອງສະພາແຫ່ງຊາດ ຫວຽດນາມ, ປະທານສະມາຄົມ ຫວຽດນາມ ລາວ ນຳໜ້າ. ທີ່ການຕ້ອນຮັບ, ທ່ານ ຫງວຽນດັກວິງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ ແມ່ນຊັບສິນອັນລ້ຳຄ່າຂອງສອງຊາດ, ແມ່ນປັດໄຈທີ່ມີຄວາມໝາຍຍຸດທະສາດຕໍ່ພາລະກິດແຫ່ງການປະຕິວັດຂອງແຕ່ລປະເທດ. ການຮັກສາ, ປັບປຸງ ແລະ ເສີມຂະຫຍາຍການພົວພັນແບບພິເສດນີ້ ແມ່ນຄວາມຮັບຜິດຊອບລວມຂອງທຸກຂັ້ນ, ທຸກຂະແໜງການ, ບັນດາອົງການຈັດຕັ້ງ ແລະ ປະຊາຊົນສອງປະເທດ, ປະກອບສ່ວນນຳການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ລາວ ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.
ຕີລາຄາສູງໝາກຜົນຂອງການປະສານສົມທົບລະຫວ່າງສອງສະມາຄົມໃນໄລຍະຜ່ານມາ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ລາວ ໄດ້ສະເໜີສອງສະມາຄົມ ສືບຕໍ່ຈັດຕັ້ງປະຕິບັດບັນດາການເຄື່ອນໄຫວອັນແທດຈິງເພື່ອແນໃສ່ເພີ່ມທະວີການພົວພັນອັນສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ; ສະແດງຄວາມປາດຖະໜາຢາກຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລາວ ໄປຢ້ຽມຢາມປະເທດລາວ ໃນປີ 2027.
