ທ່ານປະທານປະເທດ ຫວໍວັນເຖືອງ ອວຍພອນພະນັກງານການແພດ, ແພດໝໍ ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ (ພາບ: TTXVN) |
ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງຢັ້ງຢືນວ່າ, ອາຊີບການແພດ ແມ່ນອາຊີບທີ່ສູງສົ່ງ, ພ້ອມທັງລະດົມກຳລັງໃຈບັນດາພະຍາບານ, ທ່ານໝໍ, ພະນັກງານການແພດ ມານະພະຍາຍາມໃນຫຼາຍແງ່ມູມ, ໂດຍສະເພາະແມ່ນກ່ຽວກັບວຽກງານວິຊາສະເພາະ, ຮ່ຳຮຽນເພື່ອຍົກສູງລະດັບຄວາມຮູ້ຢ່າງບໍ່ຢຸດຢັ້ງ, ຮັກສານ້ຳໃຈຮັບໃຊ້ຢ່າງມີຄວາມຮັບຜິດຊອບສູງ. ທ່ານປະທານປະເທດ ກໍສະເໜີໃຫ້ອຳນາດການປົກຄອງທຸກຂັ້ນ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງແຂວງ ຮ່ານາມ ສືບຕໍ່ເອົາໃຈໃສ່ເພື່ອລົງທຶນເຂົ້າໃນລະບົບສາທາລະນະສຸກຮາກຖານຕາມທິດລວມສູນພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ຫຼາຍກວ່າອີກ, ຜ່ານນັ້ນ ຍົກສູງຄຸນນະພາບການກວດ - ປິ່ນປົ່ວພະຍາດຢູ່ຂັ້ນຮາກຖານ; ສືບຕໍ່ລົງທຶນພື້ນຖານດ້ານວັດຖຸ, ອຸປະກອນການແພດ, ສ້າງໂຮງໝໍອັດສະລິຍະ, ເປັນມິດ, ສີຂຽວ, ສະອາດງາມຕາ ແລະ ສືບຕໍ່ຄົ້ນຄວ້າສຶກສາ, ມາມາດຕະການປິ່ນປົວສຳລັບພະຍາດຊະນິດໃໝ່, ໂດຍສະເພາະແມ່ນພາຍຫຼັງໂລກລະບາດໂຄວິດ - 19.

